• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພື່ອໃຫ້ພາກພື້ນ ອາຊຽນ ພ້ອມກັນດຳລົງຊີວິດໃນສັນຕິພາບ, ວັດທະນາຖາວອນ

      ວັນທີ 08 ສິງຫາ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ (08/08/1967 – 08/08/2019). ບັນດາຜົນງານ ເຊິ່ງ ອາຊຽນ ບັນລຸໄດ້ໃນ 52 ປີຜ່ານມາ ໄດ້ນຳ ອາຊຽນ ກາຍເປັນພາກພື້ນທີ່ມີການພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ມີຜົນສະທ້ອນໃຫຍ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ. 
            ອາຊຽນ ພວມຕັດສິນໃຈບັນລຸໄດ້ບັນດາບາດກ້າວທີ່ຍາວໄກກ່ວາ ໃນອະນາຄົດ, ໃນສະພາບການສາກົນ ແລະ ພາກພື້ນ ພວມມີການຫັນປ່ຽນຫລາຍຢ່າງ, ພິເສດແມ່ນຄວາມສາມັກຄີ, ກາຍເປັນປັດໄຈຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

ພາບປະກອບ/TTXVN
              52 ປີກ່ອນນີ້, ໃນວັນທີ 08 ສິງຫາ 1967, ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນຈາກ 5 ປະເທດທຳອິດ. ປັດຈຸບັນ, ອາຊຽນ ໄດ້ກາຍເປັນປະຊາຄົມລວມມີ 10 ປະເທດສະມາຊິກ ແລະ ນັບມື້ນັບຈະເລີນເຕີບໂຕກ່ຽວກັບດ້ານການເມືອງກ່ວາ, ມີຄວາມໝັ້ນຄົງກ່ຽວກັບດ້ານເສດຖະກິດກ່ວາ, ສ້າງລະບອບລະບຽບການໃຫ້ສົມບູນແບບກ່ວາ ແລະ ມີການ ສະໜິດຕິດພັນກັນກ່ວາ.
ໄລຍະໃໝ່ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍໃໝ່ຫລາຍຢ່າງ
       ພາຍຫລັງ 52 ປີຜ່ານມາ, ອາຊຽນ ພວມກ້າວເຂົ້າສູ່ໄລຍະໃໝ່, ກາລະໂອກາດ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍໄປພ້ອມໆກັນ. ໃນສະພາບການໂລກ ພວມເກີດບັນດາກະແສຟອງຂຶ້ນຄື: ອາລັກຂາການຄ້າ, ຕ້ານການຫັນເປັນໂລກາພິວັດ ພ້ອມດ້ວຍບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ນັບມື້ນັບເພີ່ມຂຶ້ນຄືການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ນ້ຳທະເລຂຶ້ນສູງ, ຄວາມໝັ້ນຄົງ - ຄວາມປອດໄພໃນການເດີນທະເລ, ບັນຫາທະເລຕາເວັນອອກ…ອາຊຽນ ຍິ່ງຕ້ອງມານະພະຍາຍາມກ່ວາອີກ ເພື່ອເຊື່ອມໂຍງ ແລະ ເພີ່ມທະວີຄວາມສາມັກຄີໃນພາກພື້ນ.
        ຈຸດພິເສດທີ່ພົ້ນເດັ່ນ ແລະ ກໍ່ແມ່ນຄວາມສະດວກໃຫຍ່ສຸດຂອງ ອາຊຽນ ໃນປັດຈຸບັນ ນັ້ນແມ່ນຄວາມຮັບຮູ້ລວມຂອງບັນດາປະເທດສະມາຊິກ ອາຊຽນ ທັງໝົດກ່ຽວກັບຈິດໃຈສາມັກຄີ, ຖືນີ້ແມ່ນປັດໄຈສ້າງຜົນສຳເລັດ ແລະ ກຳລັງດູດດື່ມສະເພາະຂອງ ອາຊຽນ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ຢືນຢັນວ່າ:
        ພາຍຫລັງ 50 ກ່ວາປີ, ອາຊຽນ ຖອດຖອນມາໄດ້ບົດຮຽນທີ່ວ່າ ຕ້ອງສະໜິດຕິດພັນ, ເຫັນດີເປັນເອກະພາບ, ສາມັກຄີກັນ ຈຶ່ງຈະພັດທະນາໄດ້. ອາຊຽນ ໄດ້ສ້າງບັນດາກົນໄກ ໂດຍອາຊຽນ ກໍ່ສ້າງ ແລະ ນຳພາ. ບັນດາກົນໄກນີ້ ລ້ວນແຕ່ເສີມຂະຫຍາຍຄຸນປະໂຫຍດ ແລະ ເປັນທີ່ຍອມຮັບຂອງບັນດາປະເທດ. ທີ່ຕັ້ງບົດບາດຂອງ ອາຊຽນ ກໍ່ໄດ້ຮັບການເຄົາລົບ ແລະ ຢັ້ງຢືນຈາກບັນດາປະເທດ ບໍ່ພຽງແຕ່ຢູ່ ອາຊີ - ປາຊີຟິກ ເທົ່ານັ້ນ ຫາກຍັງຢູ່ທັງມະຫາສະໝຸດອິນເດຍ ອີກດ້ວຍ.
        ຕາມຄວາມຈິງແລ້ວ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຫາກໍ່ດຳເນີນໄປຢູ່ ບາງກອກ, ປະເທດ ໄທ ອີກຄັ້ງໜຶ່ງ ໄດ້ພິສູດໃຫ້ເຫັນຈິດໃຈສາມັກຄີໃນ ອາຊຽນ, ປາດຖະໜາຢາກໃຫ້ພາກພື້ນພ້ອມກັນດຳລົງຊີວິດໃນສັນຕິພາບ, ສະຖຽນລະພາບ. ອາຊຽນ ໄດ້ອອກຖະແຫຼງການຮ່ວມຄັດຄ້ານບັນດາການກະທຳທີ່ລະເມີດກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ຫວຽດນາມ ມຸ່ງໄປເຖິງປີປະທານ ອາຊຽນ 2020
       ເຂົ້າຮ່ວມ ອາຊຽນ ນັບແຕ່ປີ 1995, ຫວຽດນາມ ມີຄວາມເອກອ້າງທະນົງໃຈທີ່ໄດ້ຮຽງບ່າຮຽງໄຫຼ່ພ້ອມກັບບັນດາປະເທດສະມາຊິກປະກອບສ່ວນເຂົ້າໃນຊາຍຄາລວມ ອາຊຽນ ໃນວັນນີ້. 24 ປີຜ່ານມາ, ຂີດໝາຍຂອງ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງພ້ອມດ້ວຍບັນດາບາດກ້າວເຕີບໃຫຍ່, ເຂັ້ມແຂງຂອງ ອາຊຽນ. ຫວຽດນາມ ໄດ້ມີຜົນສະທ້ອນໃດໜຶ່ງຕໍ່ໂຄງປະກອບເອກະພາບຂອງ ອາຊຽນ ກໍ່ຄືຮັກສາສັນຕິພາບ, ວັດທະນາຖາວອນຢູ່ ພາກພື້ນ, ສ້າງປະຊາຄົມລວມໃຫ້ສຳເລັດ ແລະ ມຸ່ງໄປເຖິງວິໄສທັດ ອາຊຽນ ທີ່ຍາວໄກກ່ວານີ້ອີກ.
        ປີ 2020, ຫວຽດນາມ ຈະຮັບບົດບາດເປັນປະທານ ອາຊຽນ. ຫວຽດນາມ ໄດ້ວາງອອກຄວາມຕັດສິນໃຈຫລາຍຢ່າງ ເພື່ອຮັບປະກັນຜົນສຳເລັດໃນປີປະທານ ອາຊຽນ. ໄປຄຽງຄູ່ກັບເປົ້າໝາຍຊຸກຍູ້ຕະຫລາດລວມ, ຮາກຖານການຜະລິດລວມ, ພາກພື້ນຮ່ວມສຳພັນ ແລະ ເປີດກ້ວາງກັບພາຍນອກ, ເປີດກ້ວາງການພົວພັນກັບບັນດາຄູ່ຮ່ວມມື, ປະຊາຄົມມຸ່ງໄປເຖິງປະຊາຊົນ, ຮັບໃຊ້ປະຊາຊົນ…, ຫວຽດນາມ ຍັງຕັ້ງໜ້າ, ເປັນເຈົ້າການກ່ວາອີກ ໃນການຍົກອອກບັນດາຂໍ້ລິເລີ່ມໃໝ່, ຮັກສາຫຼັກການເຫັນດີເຫັນພ້ອມຂອງ ອາຊຽນ. ດ້ວຍຄວາມປາດຖະໜາ ແລະ ຄວາມມານະພະຍາຍາມ ເຊິ່ງ ຫວຽດນາມ ມຸ່ງໄປເຖິງໃນປີເປັນປະທານ ອາຊຽນ ນັ້ນແມ່ນເຮັດແນວໃດ ເພື່ອໃຫ້ບັນດາປະເທດໃນພາກພື້ນ ກໍ່ຄືຢູ່ນອກພາກພື້ນ ອາດສາມາດແກ້ໄຂຄວາມບໍ່ລົງລອຍກັນ, ຄວາມແຕກຕ່າງກັນກ່ຽວກັບຜົນປະໂຫຍດ ໂດຍຜ່ານການພົບປະເຈລະຈາດ້ວຍສັນຕິວິທີບົນພື້ນຖານກົດໝາຍສາກົນ. ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຢືນຢັນວ່າ:
        ໃນສະພາບການທີ່ມີຄວາມສັບສົນທີ່ສຸດໃນປັດຈຸບັນ, ບັນດາປະເທດໃຫຍ່ ໄດ້ເພີ່ມທະວີການແຊກແຊງ ແລະ ແກ່ງແຍ້ງຍຸດທະສາດ, ກໍ່ໃຫ້ເກີດຄວາມເຄັ່ງຮ້ອນນັບມື້ນັບຂຶ້ນສູງຢູ່ຫລາຍພາກພື້ນໃນໂລກ, ໃນນັ້ນ ມີອາຊີ - ປາຊີຟິກ. ຄວາມປາດຖະໜາ ແລະ ຄວາມມານະພະຍາຍາມ ເຊິ່ງ ຫວຽດນາມ ມຸ່ງໄປເຖິງແມ່ນເຮັດແນວໃດ ເພື່ອໃຫ້ບັນດາປະເທດໃນພາກພື້ນ ກໍ່ຄືຢູ່ນອກພາກພື້ນ ອາດສາມາດແກ້ໄຂຄວາມບໍ່ລົງລອຍກັນ, ຄວາມແຕກຕ່າງກັນກ່ຽວກັບຜົນປະໂຫຍດ ໂດຍຜ່ານການພົບປະເຈລະຈາດ້ວຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ.
        ຂ່ຳນັບຮັບຕ້ອນວັນສ້າງຕັ້ງ ອາຊຽນ ຄົບຮອບ 52 ປີ, ດ້ວຍຄວາມເຫັນດີເປັນເອກະພາບ, ຄວາມຕັດສິນໃຈ ແລະ ຄວາມຮັບຮູ້ລວມ, ອາຊຽນ ພວມມີຄວາມເຊື່ອໝັ້ນຕໍ່ບາດກ້າວເດີນບົນເສັ້ນທາງກໍ່ສ້າງປະຊາຄົມສາມັກຄີ, ນັບມື້ນັບພັດທະນາເພື່ອສັນຕິພາບ ແລະ ວັດທະນາຖາວອນ. ຫວຽດນາມ, ດ້ວຍບົດບາດເປັນປະທານ ອາຊຽນ ໃນປີ 2020, ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນແກ່ນສານ ແລະ ນຳພາໃນອາຍຸການ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາຂອງປະຊາຄົມ ອາຊຽນ ./.
 (ແຫຼ່ງຄັດຈາກ VOV)
 
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top