• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພື່ອນ​ມິດ​ສາ​ກົນ ແລະ ຊາວ ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ສະ​ແດງ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສົນ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ທ່ານນາງ ບຸຍທິກວຽນເວິນ, ກຳມະການຄະນະເລຂານຸການກອງປະຊຸມໃຫຍ່, ເນັ້ນໜັກວ່າ ເນື້ອໃນບັນດາຈົດໝາຍ, ສານຊົມເຊີຍສະແດງນ້ຳໃຈມິດຕະພາບ, ການຮ່ວມມື ແລະ ສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ຕໍ່ເຫດການການເມືອງສຳຄັນຂອງພັກ, ລັດ.
  ທ່ານນາງ ບຸຍທິກວຽນເວິນ, ກຳມະການຄະນະເລຂານຸການກອງປະຊຸມໃຫຍ່ ອ່ານແຈ້ງການກ່ຽວກັບຈົດໝາຍ, ສານອວຍພອນຂອງບັນດາພັກການເມືອງ, ອົງການຈັດຕັ້ງ ແບະ ເພື່ອນມິດສາກົນສົ່ງໄປຍັງກອງປະຊຸມໃຫຍ່ (ພາບ: VOV.VN)  

ໄລ່ຮອດວັນທີ 19 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບຈົດໝາຍ 559 ສະບັບ, ແລະ ສານຊົມເຊີຍຈາກ 109 ພັກການເມືອງ, 6 ອົງການຈັດຕັ້ງສາກົນ ແລະ ພາກພື້ນ, 16 ສ່ວນບຸກຄົນ ແລະ 122 ອົງການຈັດຕັ້ງປະຊາຊົນ ແລະ 306 ສະມາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ລາຍງານກ່ຽວກັບຈົດໝາຍ, ສານຊົມເຊີຍໄປຍັງກອງປະຊຸມໃຫຍ່, ຢູ່ວາລະໄຂກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 20 ມັງກອນ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານນາງ ບຸຍທິກວຽນເວິນ, ກຳມະການຄະນະເລຂານຸການກອງປະຊຸມໃຫຍ່, ເນັ້ນໜັກວ່າ ເນື້ອໃນບັນດາຈົດໝາຍ, ສານຊົມເຊີຍສະແດງນ້ຳໃຈມິດຕະພາບ, ການຮ່ວມມື ແລະ ສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ຕໍ່ເຫດການການເມືອງສຳຄັນຂອງພັກ, ລັດ.

ນີ້ແມ່ນແຫຼ່ງກຳລັງໃຈອັນຍິ່ງໃຫຍ່ສຳລັບພາລະກິດແຫ່ງການປ່ຽນແປງໃໝ່ຂອງປະຊາຊົນ ຫວຽດນາມ ໂດຍພັກກອມມູນິດ ຫວຽດນາມ ລີ້ເລີ່ມ ແລະ ນຳພາ, ກໍ່ແມ່ນການສະແດງທີ່ມີຊີວິດຊີວາຂອງການພົວພັນຮ່ວມມື, ມິດຕະພາບທີ່ນັບມື້ນັບເລິກເຊິ່ງລະຫວ່າງພັກກອມມູນິດຫວຽດນາມ ກັບບັນດາພັກການເມືອງ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ; ກໍ່ຄືນ້ຳໃຈນັບມື້ນັບສະໜິດແໜ້ນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ.

(ແຫຼ່ງຄັດຈາກ VOV)

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ເຊັ່ນ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ, ສະຖານີໂທລະພາບແຫ່ງຊາດ ລາວ, ໜັງສືພິມປະຊາຊົນ, Vientiane Times, ປະເທດລາວ, ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

Top