• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພື່ອນມິດສາກົນເຊື່ອໝັ້ນວ່າຫວຽດນາມຈະຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ສຳເລັດຢ່າງຈົບງາມ

ມີນັກການທູດຕ່າງປະເທດປະຈຳຫວຽດນາມ ຫຼາຍທ່ານກໍ່ສະແດງຄວາມເອົາໃຈໃສ່ຕໍ່ເຫດການການເມືອງສຳຄັນນີ້ຂອງຫວຽດນາມ.
ການເລືອກຕັ້ງຢູ່ຫວຽດນາມ ຖືກດຳເນີນໃນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ. (ພາບປະກອບ)

ວັນທີ 23 ພຶດສະພາ ຈະມາເຖິງ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຫວຽດນາມ ຈະເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ມີນັກການທູດຕ່າງປະເທດປະຈຳຫວຽດນາມ ຫຼາຍທ່ານກໍ່ສະແດງຄວາມເອົາໃຈໃສ່ຕໍ່ເຫດການການເມືອງສຳຄັນນີ້ຂອງຫວຽດນາມ.

        ໃນການຕອບສຳພາດຕໍ່ສື່ມວນຊົນຫວຽດນາມ ໃນວັນທີ 20 ພຶດສະພາ, ທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ຊຸງປົວ, ສະແດງຄວາມຮູ້ວ່າ, ບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV ຂອງຫວຽດນາມ ມີລັກສະນະເປັນຕົວແທນສູງ, ໃນນັ້ນ, ຜູ້ສະໝັກຮັບເລືອກຕັ້ງເຊິ່ງແມ່ນຊາວຊົນເຜົ່າສ່ວນໜ້ອຍກວມເອົາ 1/5, ອັດຕາແມ່ຍິງກວມເອົາ 45%, ສູງກວ່າຫຼາຍເມື່ອທຽບໃສ່ບັນດາສະໄໝປະຊຸມຊຸດກ່ອນນີ້. ວິວັດການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຢູ່ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຢຶດໝັ້ນບົດບາດນຳພາຂອງພັກ, ສິດເປັນເຈົ້າຂອງປະຊາຊົນ ແລະ ຄຸ້ມຄອງປະເທດໂດຍອີງຕາມກົດໝາຍ.

        ໃນຂະນະນັ້ນ, ເມື່ອຕອບສຳພາດສື່ມວນຊົນເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ ຖືວ່າ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຂອງຫວຽດນາມ ໄດ້ສະແດງໃຫ້ເຫັນລັກສະນະປະຊາທິປະໄຕຂອງລະບອບສັງຄົມນິຍົມຢູ່ຫວຽດນາມ, ລັດຂອງປະຊາຊົນ, ຍ້ອນປະຊາຊົນ ແລະ ເພື່ອປະຊາຊົນ. 

 ສ່ວນທ່ານເອກອັກຄະລັດຖະທູດ ປາແລັດສະຕິນ Saadi Salama, ຫົວໜ້າຄະນະພົວພັນຕ່າງປະເທດປະຈຳ ຫວຽດນາມ ກໍ່ສະແດງຄວາມເຊື່ອໝັ້ນວ່າ, ຫວຽດນາມ ຈະຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຂອງ ຫວຽດນາມ ບັນລຸຜົນສຳເລັດຢ່າງຈົບງາມ.

        ໃນຂະນະນັ້ນ, ໜັງສືພິມ Junge Welt (ເຢຍລະມັນ) ສະບັບອອກວັນທີ 21 ພຶດສະພາ ໄດ້ມີບົດຂຽນຂອງນັກຂ່າວ Gerhard Feldbauer ໄດ້ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງສະພາແຫ່ງຊາດ ເຂົ້າໃນການພັດທະນາເສດຖະກິດຂອງຫວຽດນາມ ໃນຊຸມປີມໍ່ໆມານີ້. ຕາມບົດຂຽນແລ້ວ, ວັນທີ 23 ພຶດສະພາ, ຜູ້ມີສິດເລືອກຕັ້ງເກືອບ 70 ລ້ານຄົນໃນທົ່ວປະເທດ ຈະເຂົ້າຮ່ວມການປ່ອນບັດເລືອກຕັ້ງ ເພື່ອເລືອກຕັ້ງອົງການນິຕິບັນຍັດໃໝ່ອາຍຸການ 5 ປີຈະມາເຖິງ ລວມມີ 500 ທ່ານ. ການເລືອກຕັ້ງສະພາແຫ່ງຊາດຈະມາເຖິງນີ້ຈະສຳເລັດຂັ້ນຕອນການເລືອກຕັ້ງບັນດາຕຳແໜ່ງຂັ້ນສູງຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top