• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພື່ອນມິດສາກົນມີຄວາມເຊື່ອໝັ້ນຕໍ່ໄລຍະທາງແຫ່ງການພັດທະນາໃຫມ່ຂອງຫວຽດນາມ

      ຫວຽດນາມ ຫາກໍ່ປະສົບຜົນສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 -2026. ການເລືອກຕັ້ງດຳເນີນໄປຢ່າງສຳເລັດຜົນ ແລະ ປອດໄພໃນສະພາບ ໂຄວິດ 19 ພວມແຜ່ລະບາດຢ່າງຮ້າຍແຮງ. ຫາງສຽງສາກົນ ກໍ່ມີຄວາມສົນໃຈເປັນພິເສດເຖິງເຫດການນີ້ ແລະ ມີການຕີລາຄາ, ຂໍ້ສັງເກດຫລາຍຢ່າງກ່ຽວກັບການເລືອກຕັ້ງກໍ່ຄືຍົກໃຫ້ເຫັນບົດບາດຂອງສະພາແຫ່ງຊາດຫວຽດນາມ ໃນໄລຍະທາງແຫ່ງການພັດທະນາປະເທດຊາດໄລຍະຈະມາເຖິງ.
            ຄວາມປະທັບໃຈກ່ຽວກັບຄວາມປອດໄພໃນການເລືອກຕັ້ງ ແລະ ອັດຕາສ່ວນປະຊາຊົນໄປປ່ອນບັດເລືອກຕັ້ງ, ຄວາມເຊື່ອໝັ້ນຕໍ່ໄລຍະທາງຈະມາເຖິງຂອງຫວຽດນາມ ເມື່ອເລືອກເຟັ້ນເອົາບັນດາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຊຸດໃຫມ່ ນັ້ນແມ່ນຂໍ້ສັງເກດລວມຂອງສື່ມວນຊົນສາກົນ ແລະ ນັກການທູດສາກົນ ບາງທ່ານ.
ເຂດເລືອກຕັ້ງຢູ່ ເມືອງ ນາມຕື່ລຽມ, ນະຄອນ ຮ່າໂນ້ຍ (ພາບ: baoquocte.vn)
      ການເລືອກຕັ້ງໄດ້ຮັບການຈັດຕັ້ງແບບເປັນມືອາຊີບ, ປະຊາທິປະໄຕ
            ຫນັງສືພິມ ລາວພັດທະນາ, TheStar  ແລະ New Straits Times ຂອງມາເລເຊຍ, ຊີນຮົວ ຂອງຈີນ, Nikkei Asia ຂອງຍີ່ປຸ່ນ, Reuters ຂອງອັງກິດ .. ໃນຊຸມມື້ຜ່ານມາລ້ວນແຕ່ເວົ້າເຖິງສະພາບການເລືອກຕັ້ງຢູ່ຫວຽດນາມ ດຳເນີນໃນສະພາບໂຄວິດ 19 ພວມແຜ່ລະບາດຂຶ້ນຄັ້ງທີ 4 ແຕ່ການເລືອກຕັ້ງໄດ້ຮັບປະກັນຄວາມປອດໄພ ແລະ ປະສົບຜົນສຳເລັດ. ນີ້ແມ່ນຜົນງານໃຫຍ່ຂອງຫວຽດນາມ. ຫນັງສືພິມ Nikkei Asia ໃຫ້ຂໍ້ສັງເກດວ່າ ລັດຖະບານ ຫວຽດນາມ ໄດ້ນຳໃຊ້ບັນດາມາດຕະການປ້ອງກັນໂລກລະບາດຢ່າງເຄັ່ງຄັດກວ່າ ຢູ່ສະຖານທີ່ປ່ອນບັດທັງໝົດ. ການເລືອກຕັ້ງປະສົບຜົນສຳເລັດ ຍ້ອນຫວຽດນາມ ມີບົດຮຽນໃນການດຳເນີນການເລືອກຕັ້ງຜ່ານ 75 ປີແລ້ວ.
ໃຫ້ຂ່າວກ່ຽວກັບການເລືອກຕັ້ງຂອງ ຫວຽດນາມ (ພາບ: quochoi.vn)
      ໃນຂະນະນັ້ນ ຫນັງສືພິມ Eurasia Review ຂອງ ອາເມລິກາ ຢັ້ງຢືນວ່າ: ການເລືອກຕັ້ງໄດ້ຮັບການຈັດຂຶ້ນເປັນມືອາຊີບ ໃນສະພາບເກີດໂລກລະບາດ. ບົດຂຽນໄດ້ເນັ້ນຫນັກບັນດາຜົນງານທີ່ຫວຽດນາມ ບັນລຸໄດ້ໃນຂົງເຂດເສດຖະກິດ, ນະໂຍບາຍການຕ່າງປະເທດ ແລະ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ເຮັດໃຫ້ຫວຽດນາມມີຄວາມເຊື່ອໝັ້ນເພື່ອຮັບມືກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍປະຈຸບັນ ຍ້ອນປັດໄຈຈາກພາຍນອກ.
            ທ່ານນາງ Nataliya Zhynkina, ອຸປະທູດຊົ່ວຄາວ ສະຖານທູດ ຢູແກຼນ ປະຈຳຫວຽດນາມ ຖືວ່າ: ການເລືອກຕັ້ງຢູ່ ຫວຽດນາມ ຄັ້ງນີ້ ແມ່ນດຳເນີນໄປຢ່າງມີປະຊາທິປະໄຕ ສິ່ງນີ້ສະແດງໃຫ້ເຫັນຜ່ານວິວັດການສ້າງບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງ, ການພົບປະກັບຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນປ່ອນບັດເລືອກຕັ້ງໃຫ້ຜູ້ທີ່ຕົນຄັດເລືອກ.
            ຍ້ອນການຜັນແປສັບສົນຂອງໂລກລະບາດໂຄວິດ 19, ຫລາຍທ້ອງຖິ່ນຂອງຫວຽດນາມ ໄດ້ມີຄວາມໄຫວພິບໃນການຈັດຕັ້ງການພົບປະກັບຜູ້ມີສິດເລືອກຕັ້ງດ້ວຍຮູບການອອນລາຍ. ສາດສະດາຈານ Carl Thayer, ຜູ້ຊ່ຽວຊານຄົ້ນຄວ້າກ່ຽວກັບ ຫວຽດນາມ ສັງກັດມະຫາວິທະຍາໄລ New South Wale ປະເທດ ອົດສະຕາລີ ຖືວ່າ: ບັນດາຜູ້ອອກສະໝັກຮັບເລືອກຕັ້ງປີນີ້ ໄດ້ຮັບການຕີລາຄາຢ່າງລະອຽດເພື່ອຮັບປະກັນມາດຕະຖານພຽງພໍ. ອັດຕາສ່ວນຜູ້ສະໝັກຮັບເລືອກຕັ້ງແມ່ນເພດຍິງ ແລະ ຊາວເຜົ່າສ່ວນຫນ້ອຍແມ່ນຢູ່ໃນລະດັບສູງ, ດ້ວຍ 45% ແມ່ນເພດຍິງ, ອັດຕາສ່ວນນີ້ແມ່ນລະດັບສູງເມື່ອທຽບໃສ່ມາດຕະຖານໂລກ ແລະ 21% ແມ່ນຊົນເຜົ່າສ່ວນຫນ້ອຍ.
ເປີດໄລຍະທາງໃຫມ່
            ບໍ່ພຽງແຕ່ຮັບປະກັນການເລືອກຕັ້ງຢ່າງປອດໄພໃນສະພາບເກີດໂລກລະບາດ, ບັນດາສຳນັກຂ່າວສານລ້ວນແຕ່ມີຄວາມເຊື່ອໝັ້ນວ່າ ສະພາແຫ່ງຊາດຊຸດທີ XV ຂອງຫວຽດນາມ ຈະສືບຕໍ່ສວມບົດບາດຕັ້ງຫນ້າໃນວິວັດການວາງແຜນນະໂຍບາຍ, ຊຸກຍູ້ບັນດາເປົ້າໝາຍໃນແນວທາງການຕ່າງປະເທດກໍ່ຄືບັນດາຄາດໝາຍເສດຖະກິດ, ສືບຕໍ່ແຜນການຊື່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ວາງອອກ. ຫນັງສືພິມ Welt ຂອງເຢຍລະມັນ ມີບົດຂຽນຊີ້ແຈ້ງວ່າ ສະພາແຫ່ງຊາດໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາພື້ນຖານເສດຖະກິດຫວຽດນາມ ໃນບັນດາທົດສະວັດຜ່ານມາ. ຈາກປະເທດຖືກຜົນສະທ້ອນຢ່າງຫນັກຫນ່ວງຍ້ອນສົງຄາມທຳລາຍ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນຫນຶ່ງໃນບັນດາພື້ນຖານເສດຖະກິດຂະຫຍັນຂັນເຄື່ອນທີ່ສຸດໃນໂລກ. ບົດຂຽນເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ກ້າວເດີນບົນເສັ້ນທາງທີ່ໄດ້ເລືອກ ດ້ວຍຈຸດສຸມແມ່ນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອແນໃສ່ເປົ້າໝາຍຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ.
            ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ເປັນຕົ້ນແມ່ນໂລກລະບາດໂຄວິດ 19 ພວມແຜ່ລະບາດຢ່າງຮ້າຍແຮງກໍຕາມ ແຕ່ພາຍໃຕ້ການຊີ້ນຳນຳພາຂອງພັກ ການເຂົ້າຮ່ວມຂອງທັງລະບົບການເມືອງ ຄວາມເປັນຈິດຫນຶ່ງໃຈດຽວຂອງທົ່ວປວງຊົນ, ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 -2026 ໄດ້ປະສົບຜົນສຳເລັດຢ່າງຈົບງາມ ດ້ວຍອັດຕາສ່ວນຜູ້ມີສິດເລືອກຕັ້ງໄປປ່ອນບັດບັນລຸ 98,43%... ການເລືອກຕັ້ງຄັ້ງນີ້ ຈະເປີດໄລຍະພັດທະນາໃຫມ່ ດ້ວຍຜົນງານໃຫມ່ຫລາຍຢ່າງ, ຮອບດ້ານ, ໝັ້ນແກ່ນໃນທຸກຂົງເຂດເພື່ອໃຫ້ຫວຽດນາມ ນັບມື້ນັບຢັ້ງຢືນຖານະບົດບາດໃນເວທີສາກົນ. 
 (ແຫຼ່ງຄັດຈາກ VOV)

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ໄດ້ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 24 - 28 ກັນຍາ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ພາກໃຕ້ ຫວຽດນາມ (9/1973-9/2023). ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມ, ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ກຸຍບາ ໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Fidel Castro ໄດ້ເພີ່ມພູນຄູນສ້າງຂຶ້ນ. ພ້ອມທັງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບທອດ ແລະ ເສີມຂະຫຍາຍກຳລັງແຮງມູນເຊື້ອອັນດີງາມ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນສາມັກຄີລະຫວ່າງ ຫວຽດນາມ - ກຸຍບາ.

Top