• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ພູນ​ຄູນ​ສ້າງ ແລະ ນຳ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ລາວ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ

ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ສືບຕໍ່ເສີມຂະຫຍາຍການພົວພັນດ້ານການເມືອງທີ່ມີຄວາມສະໜິດຕິດພັນລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ, ພ້ອມກັນປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສສຸດຍອດຮ່ວມມືສາກົນ ໜຶ່ງແລວ, ໜຶ່ງເສັ້ນທາງຄັ້ງທີ 3, ຕອນເຊົ້າວັນທີ 19 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ປັກກິ່ງ, ປະເທດຈີນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ - ປະທານປະເທດ ລາວ ທອງລຸນ ສີສຸລິດ. ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ລາວ, ໂດຍແມ່ນບຸລິມະສິດແຖວໜ້າໃນບັນຊີລາຍຊື່ການຕ່າງປະເທດຂອງ ຫວຽດນາມ. ທ່ານເລຂາທິການໃຫຍ່ - ປະທານປະເທດ ລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ: ລາວ ຖືເປັນສຳຄັນເປັນພິເສດການພົວພັນ ກັບ ຫວຽດນາມ, ຍາມໃດກໍ່ມານະພະຍາຍາມເພື່ອ ເພີ່ມພູນຄູນສ້າງ ແລະ ນຳການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ສືບຕໍ່ພັດທະນາແບບຍືນຍົງ, ນັບມື້ນັບເຂົ້າສູ່ລວງເລິກ, ທ່ານຢັ້ງຢືນວ່າ ຍາມໃດກໍ່ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ສືບຕໍ່ເສີມຂະຫຍາຍການພົວພັນດ້ານການເມືອງທີ່ມີຄວາມສະໜິດຕິດພັນລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ, ພ້ອມກັນປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາ, ສືບຕໍ່ສຸມໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໂຄງການຮ່ວມມືລະຫວ່າງສອງພັກ, ສອງລັດ ຢ່າງມີປະສິດທິຜົນ, ສົມທົບກັນຢ່າງແໜ້ນແຟ້ນ, ກະກຽມໃຫ້ແກ່ບັນດາການເຄື່ອນໄຫວຂັ້ນສູງໃຫ້ເປັນຢ່າງດີ ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຖືວ່ານີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນສອງປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີສະ​ຫະ​ພັນ ລັດ​ເຊຍ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີສະ​ຫະ​ພັນ ລັດ​ເຊຍ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Vladimirovich Mishustin. ທ່ານກໍແມ່ນນັກການເມືອງຂັ້ນສູງຕ່າງປະເທດຄົນທຳອິດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນປີນີ້.

Top