• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ຄຳ​ໝັ້ນ​ສັນ​ຍາ​ກັບ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິ​ດ​ແຖວ​ໜ້າ​ຂອງ OECD

ປັດຈຸບັນ, ຫວຽດນາມ ກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກ ທີ່ສາມາດຫຼີກລ້ຽງໄດ້ສະພາບການຊຸດໂຊມຍ້ອນໂລກລະບາດໂຄວິດ - 19 ດ້ວຍແງ່ຫວັງມີການເຕີບໂຕຢ່າງແຮງພໍສົມຄວນ.

ປັດຈຸບັນ, ຫວຽດນາມ ກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກ ທີ່ສາມາດຫຼີກລ້ຽງໄດ້ສະພາບການຊຸດໂຊມຍ້ອນໂລກລະບາດໂຄວິດ - 19 ດ້ວຍແງ່ຫວັງມີການເຕີບໂຕຢ່າງແຮງພໍສົມຄວນ.

    

ເວທີປາໄສເສດຖະກິດຂັ້ນສູງ ຫວຽດນາມ - ອົງການຮ່ວມມື ແລະ ພັດທະນາເສດຖະກິດ (ພາບ: TTXVN)

ກ່າວຄຳເຫັນທີ່ເວທີປາໄສເສດຖະກິດຂັ້ນສູງ ຫວຽດນາມ - ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ທີ່ດຳເນີນຢູ່ ຮ່າໂນ້ຍ ໃນວັນທີ 18 ຕຸລາ, ທ່ານເລຂາທິການໃຫຍ່ OECD Mathias Cormann ຖືວ່າ ໃນ 3 ທົດສະວັດຜ່ານມາ, ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າສັງຄົມຫຼາຍພໍສົມຄວນ. ປັດຈຸບັນ, ຫວຽດນາມ ກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກ ທີ່ສາມາດຫຼີກລ້ຽງໄດ້ສະພາບການຊຸດໂຊມຍ້ອນໂລກລະບາດໂຄວິດ - 19 ດ້ວຍແງ່ຫວັງມີການເຕີບໂຕຢ່າງແຮງພໍສົມຄວນ. OECD ຄາດວ່າ ການເຕີບໂຕ GDP ຈະລື່ນກາຍ 6% ໃນທັງປີນີ້ ແລະ ປີໜ້າ. ສິ່ງດັ່ງກ່າວຈະຊ່ວຍຊຸກຍູ້ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ, ເມື່ອບັນດາວິສາຫະກິດໃນ OECD ເຂົ້າມາລົງທຶນຢູ່ ຫວຽດນາມ, ຊ່ວຍຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ. ດັ່ງນັ້ນ, ຕໍ່ໜ້າສິ່ງທ້າທາຍ, ຫວຽດນາມ ຄວນຍູ້ແຮງບັນດາຄວາມມານະພະຍາຍາມປະຕິຮູບເພື່ອຮັບປະກັນການເຕີບໂຕແບບຍືນຍົງ.

        ທີ່ເວທີປາໄສ, ໂດຍຜ່ານການໄຈ້ແຍກຂອງ OECD, ບັນດາຜູ້ແທນໄດ້ປະກອບຄຳເຫັນຫຼາຍຂໍ້ກ່ຽວກັບແງ່ຫວັງພັດທະນາເສດຖະກິດຂອງ ຫວຽດນາມ ດ້ວຍນະໂຍບາຍບໍລິຫານລັດວິສາຫະກິດ. ບາງຍຸດທະສາດຂອງ ຫວຽດນາມ ໃນການພັດທະນສີຂຽວ ແລະ ຫັນເປັນດີຈີຕອນກໍໄດ້ອັບເດດ ເພື່ອແນໃສ່ມຸ່ງໄປເຖິງການສ້າງພື້ນຖານເສດຖະກິດແກ້ງແຍ້ງຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ໝັ້ນຄົງ, ເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນ.

ແຫຼ່ງຄັດຈາກ VOV

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top