ຂ່າວສານ
ເພີ່ມທະວີການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ອິນເດຍ
ໃນການພົບປະສອງຝ່າຍ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ຄັ້ງນີ້ ແມ່ນມີຄວາມໝາຍສຳຄັນພິເສດ ເມື່ອສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຄົບຮອບ 10 ປີ ແລະ ຫາກໍ່ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພີ່ມທະວີບົນເນື້ອໃນຈິດໃຈ “ແບ່ງປັນວິໄສທັດ, ເຕົ້າໂຮມຍຸດທະສາດ, ຮ່ວມມືຢ່າງແທ້ຈິງ”. ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ຮັບການຊຸກຍູ້ໃນທຸກຂົງເຂດ, ບັນລຸໄດ້ໝາກຜົນອັນແທດຈິງຫຼາຍຢ່າງ.
ໂດຍຢັ້ງຢືນການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳໃນສາຍພົວພັນມິດຕະພາບ ຫວຽດນາມ - ອິນເດຍ, ທ່ານ Rajnath Singth ລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ສົມທົບກັນ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ຕົກລົງເປັນເອກະພາບນຳກັນແລ້ວໃຫ້ມີປະສິດທິຜົນ, ຈຸດສຸມແມ່ນການຮ່ວມມືທາງດ້ານການສຶກສາບຳລຸງສ້າງ, ການຝຶກແອບ, ຍົກສູງຄວາມສາມາດ, ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ. ພ້ອມທັງຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ອິນເດຍ ຍາມໃດກໍກຽມພ້ອມສົມທົບກັນຮ່ວມມື, ໃຫ້ບຸລິມະສິດທຶນການສຶກສາໃຫ້ກະຊວງປ້ອງກັນປະເທດ ຫວຽດນາມ.
ສິ້ນສຸດການພົບປະສອງຝ່າຍ, ລັດຖະມົນຕີສອງທ່ານໄດ້ຕັດແຖບຜ້າ ເປີດສະຫຼອງຫ້ອງຮຽນພາສາຕ່າງປະເທດຂອງວິທະຍາຄານນາຍທະຫານປ້ອງກັນອາກາດ, ເຫຼົ່າຮົບປ້ອງກັນອາກາດ - ະຫານອາກາດ ໂດຍລັດຖະບານ ອິນເດຍ ອຸປະຖຳ ແລະ ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ ມະຫາວິທະຍາໄລ ຕິດຕໍ່ສື່ສານ ຫວຽດນາມ ແລະ ມະຫາວິທະຍາໄລເຕັກນິກຕິດຕໍ່ສື່ສານການທະຫານ ອິນເດຍ./.








