• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ໂລ​ວາ​ກີ

ຕອນເຊົ້າວັນທີ 18 ພະຈິກ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ເປັນປະທານພິທີຕ້ອນຮັບທ່ານ Robert Kalinak, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ, ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 18 – 20 ພະຈິກ.
ພິທີຕ້ອນຮັບ ທ່ານ Robert Kalinak, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ

ໃນການເຈລະຈາພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ພ້ອມກັນແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານລັດຖະມົນຕີ ຟານວັນຢາງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສຸມໃສ່ຮ່ວມມືໃນບັນດາຂົງເຂດ, ເຊັ່ນ: ຊຸກຍູ້ການຮ່ວມມືກ່ຽວກັບການຮັກສາສັນຕິພາບ ສປຊ; ຊຸກຍູ້ການຮ່ວມມືກ່ຽວກັບການບຳລຸງສ້າງ; ໃນນັ້ນ ກະຊວງປ້ອງກັນປະເທດ ຫວຽດນາມ ມີຄວາມປາດຖະໜາວ່າ ສະໂລວາກີຈະຄົ້ນຄວ້າຮັບທະຫານ ຫວຽດນາມ ເຂົ້າຮ່ວມຊຸດອົບຮົມພາສາ ສະໂລວາກີ ແລະ ບັນດາຂະແໜງສະເພາະທີ່ ສະໂລວາກີ ມີທ່າແຮງ. ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມແລ້ວທີ່ຈະຮັບທະຫານ ສະໂລວາກີ ມາຮຽນພາສາ ຫວຽດ, ເຂົ້າຮ່ວມຊຸດອົບຮົມນາຍທະຫານສາກົນ. ພ້ອມດຽວກັນນັ້ນ, ສະເໜີໃຫ້ 2 ຝ່າຍຊອກຫາຄວາມສາມາດຮ່ວມໃນບັນດາຂົງເຂດຕ່າງໆ… ທ່ານພົນເອກ ຟານວັນຢາງ ກໍປາດຖະໜາວ່າ ສະໂລວາກີ ມີຄວາມເອົາໃຈໃສ່, ສົ່ງທູດທະຫານມາ ປະຈຳ ຫວຽດນາມ.

ການເຈລະຈາລະຫວ່າງສອງຝ່າຍ

 ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ສະໂລວາກີ Robert Kalinak  ເຫັນດີເປັນເອກະພາບສົ່ງທູດທະຫານ ສະໂລວາກີ ມາປະຈຳ ຫວຽດນາມ; ສະເໜີຈຸດເວລາຈະມາເຖິງ, ສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ອຸດສາຫະກຳປ້ອງກັນຊາດ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ…

(ແຫຼ່ງຄັດຈາກ VOV)

ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ປັບ​ປຸ​ງ​ລະ​ບົບ​ຕິດ​ຕາມກວດ​ກາ​ອາ​ຊີບ​ຫາ​ປາ​ໃຫ້​ສົມ​ບູນ​ແບບ

ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ປັບ​ປຸ​ງ​ລະ​ບົບ​ຕິດ​ຕາມກວດ​ກາ​ອາ​ຊີບ​ຫາ​ປາ​ໃຫ້​ສົມ​ບູນ​ແບບ

ຕາມການລາຍງານຂອງກອງປະຊຸມ, ໄລ່ຮອດວັນທີ 15 ພະຈິກ, ຈຳນວນກ່ຳປັ່ນຫາປ່າທີ່ພວມມີໃນປັດຈຸບັນຢູ່ທ້ອງຖິ່ນຕ່າງໆ ໄດ້ຈົດທະບຽນ ແລະ ອັບເດດທາງຖານຂໍ້ມູນອາຊີບຫາປາແຫ່ງຊາດ (VNFishbase) ແມ່ນ 79.360/79.360 ລຳ (ບັນລຸ 100%).

Top