• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 20 ມີນາ, ກອງປະຊຸມພົບປະສົນທະນາກ່ຽວກັບນະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ລາວ ຄັ້ງທີ 4 ໄດ້ດຳເນີນຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຮວ່າງຊວັນຈຽນ ແລະ ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ວົງຄຳ ພົມມະກອນ ເປັນປະທານຮ່ວມການພົບປະສົນທະນາ.
ກອງປະຊຸມພົບປະສົນທະນາລະຫວ່າງສອງຝ່າຍ (ພາບ: qdnd.vn)

ທີ່ການພົບປະສົນທະນາ, ສອງຝ່າຍໄດ້ຕົກລົງເຫັນດີຕີລາຄາວ່າ ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ບັນລຸໄດ້ຫຼາຍໝາກຜົນທີ່ແທດຈິງ, ສະແດງໃນຫຼາຍຂົງເຂດ, ເຊັ່ນ: ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາກົນໄກພົບປະສົນທະນາ, ປຶກສາຫາລື; ການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ບຳລຸງສ້າງ, ຝຶກອົບຮົມ, ຈັດສົ່ງນັກຊ່ຽວຊານ; ພະລາທິການ - ເຕັກນິກ, ອຸດສາຫະກຳດ້ານປ້ອງກັນຊາດ; ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີ, ກົນໄກຮ່ວມມືຫຼາຍຝ່າຍ, ໂດຍສະເພາະແມ່ນບັນດາກົນໄກໂດຍ ອາຊຽນ ນຳພາ.     

ເມື່ອແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ, ທ່ານຮອງລັດຖະມົນຕີ ຮວ່າງຊວັນຈຽນ ຕີລາຄາສູງບົດບາດສຳຄັນຂອງ ອາຊຽນ ໃນການກຳນົດທິດ ແລະ ຮັກສາໂຄງສ້າງຄວາມໝັ້ນຄົງຢູ່ພາກພື້ນ, ພ້ອມທັງເຊື່ອໝັ້ນວ່າ ໃນຖານະເປັນປະທານ ອາຊຽນ ປີນີ້, ລາວຈະບໍລິຫານບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ສ້າງຄວາມເຫັນດີເຫັນພ້ອມພາຍໃນກຸ່ມກ່ຽວກັບບັນດາບັນຫາລວມທີ່ບັນດາປະເທດລ້ວນແຕ່ມີຄວາມສົນໃຈ.   

ສອງຝ່າຍເປັນເອກະພາບ, ໃນໄລຍະຈະມາເຖິງ ຈະສືບຕໍ່ສຸມໃສ່ບັນດາຂົງເຂດທີ່ມີປະສິດທິຜົນໃນໄລຍະຜ່ານມາ; ມອບໝາຍໃຫ້ຄະນະນັກວິຊາການກະຊວງປ້ອງກັນປະເທດສອງປະເທດປະຕິບັດວຽກງານສະຫຼຸບ, ຕີລາຄາໝາກຜົນຜັນຂະຫຍາຍອະນຸສັນຍາ ໄລຍະ 2020 – 2024 ໃຫ້ເປັນຢ່າງດີ; ສະເໜີບັນດາເນື້ອໃນເພື່ອນຳເຂົ້າໃນອະນຸສັນຍາໄລຍະ 2025 – 2029. ສິ້ນສຸດການພົບປະສົນທະນາ, ຫົວໜ້າຄະນະ 2 ທ່ານໄດ້ລົງນາມໃນບົດບັນທຶກການພົບປະສົນທະນາກ່ຽວກັບນະໂຍບາຍດ້ານປ້ອງກັນປະເທດ ຫວຽດນາມ - ລາວ ຄັ້ງທີ 4.

 

(ແຫຼ່ງຄັດຈາກ VOV)

ດັກລັກ ສ້າງລະບົບຊີວະພາບຂະແໜງສິນຄ້າໝາກຖົ່ວລຽນແບບຍືນຍົງ

ດັກລັກ ສ້າງລະບົບຊີວະພາບຂະແໜງສິນຄ້າໝາກຖົ່ວລຽນແບບຍືນຍົງ

ໃນຂອບເຂດງານບຸນໝາກຖົ່ວລຽນ ດັກລັກ ປີ 2026, ວັນທີ 16 ສິງຫາ, ຄະນະກຳມະການປະຊາຊົນແຂວງ ດັກລັກ ໄດ້ຈັດເວທີປາໄສ “ເຊື່ອມຕໍ່ການຜະລິດ, ຈຳໜ່າຍໝາກຖົ່ວລຽນ - ລະບົບຊີວະພາບໝາກຖົ່ວລຽນແບບຍືນຍົງ”.

Top