• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ສະຫະພັນລັດເຊຍ

      ຕອນບ່າຍວັນທີ 28 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເໝີນ ໄດ້ຕ້ອນຮັບຄະນະຜູ້ແທນ ຫ້ອງການສັງຄົມ ສະຫະພັນລັດເຊຍ ໂດຍທ່ານ Sergey Aleksandrovich, ຮອງຫົວໜ້າຫ້ອງການດັ່ງກ່າວ ເປັນຫົວໜ້າຄະນະ.

(ທ່ານ ເຈິ່ນແທງເໝີນ ຕ້ອນຮັບທ່ານ Sergey Aleksandrovich)
      ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເມີນ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ໃຫ້ບູລິມະສິດໃນການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດຢ່າງມີປະສິດທິຜົນ ແລະ ແທດຈິງ.
        ທ່ານ ເຈິ່ນແທງເໝີນ ຕີລາຄາສູງ ຫ້ອງການສັງຄົມ ສະຫະພັນລັດເຊຍ ໄດ້ສະໜັບສະໜູນປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ສະຫະພັນລັດເຊຍ ແລະ ສະເໜີ ຫ້ອງການສັງຄົມ ສະຫະພັນລັດເຊຍ ສືບຕໍ່ມີບັນດາການເຄື່ອນໄຫວສະໜັບສະໜູນ, ສ້າງເງື່ອນໄຂສະດວກ ໃຫ້ປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ສະຫະພັນລັດເຊຍ.
        ທ່ານ ເຈິ່ນແທງເໝີນ ປາດຖະໜາວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນຂົງເຂດຄຸ້ມຄອງສັງຄົມ, ປະກອບສ່ວນລາຍງານ ທັດສະນະຄຳເຫັນ ແລະ ຄວາມມຸ່ງຫວັງຂອງປະຊາຊົນ ເຖິງອຳນາດການປົກຄອງຂັ້ນຕ່າງໆ, ສ້າງກົດໝາຍ, ໄຈ້ແຍກຕີລາຄາ ແລະ ຕິດຕາມກວດກາການປະຕິບັດບັນດານະໂຍບາຍ.
 (ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top