• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີສາຍພົວພັນມິດຕະພາບການຮ່ວມມືທີເປັນມູນເຊື້ອແບບພິເສດລະຫວ່າງສອງຫ້ອງວ່າການປະທານປະເທດ ຫວຽດນາມ ແລະ ລາວ

ທ່ານ ດ່າວຫວຽດຈູງ, ຫົວໜ້າຫ້ອງວ່າການເປັນຫົວໜ້າຄະນະ, ໄດ້ມີການພົບປະກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ.

ທ່ານ ດ່າວຫວຽດຈູງ, ຫົວໜ້າຫ້ອງວ່າການເປັນຫົວໜ້າຄະນະ ພົບປະກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ.

ໃນຂອບເຂດຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ປ.ປ ລາວ ໃນລະຫວ່າງວັນທີ 4 - 7 ທັນວາ, ຕອນບ່າຍວັນທີ 4 ທັນວາ ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນຫ້ອງວ່າການປະທານປະເທດ ຫວຽດນາມ ໂດຍທ່ານ ດ່າວຫວຽດຈູງ, ຫົວໜ້າຫ້ອງວ່າການເປັນຫົວໜ້າຄະນະ, ໄດ້ມີການພົບປະກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ.

ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ສະແດງຄວາມຫວັງວ່າໃນໄລຍະຈະມາເຖິງ, ຫ້ອງວ່າການປະທານປະເທດຂອງ ລາວ ແລະ ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມື, ຊ່ວຍເຫຼືອກັນເພື່ອປະຕິບັດວຽກງານເສນາທິການໃຫ້ການນຳສອງປະເທດໃຫ້ດີກ່ວາເກົ່າ, ປະຕິບັດໜ້າທີ່ເຊິ່ງສອງພັກ, ສອງລັດ ໄດ້ມອບໝາຍໃຫ້ສຳເລັດຜົນ, ປະກອບສ່ວນເຂົ້າການພັດທະນາ ແລະ ເພີ່ມພູນຄູນສ້າງໃຫ້ສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top