• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການໂຄສະນາຮູບພາບ ຫວຽດນາມ ເນື່ອງໃນໂອກາດ ກອງປະຊຸມສຸດຍອດລະຫວ່າງ ສ ອາເມລິກາ-ສປປ ເກົາຫຼີ


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດກາເປັນຄັ້ງທີ 2 ສູນໜັງສືພິມສາກົນ
ຮັບໃຊ້ໃຫ້ກອງປະຊຸມສຸດຍອດ ສ ອາເມລິ ກາ-ສປປ ເກົາຫຼີ ໃນຕອນຄຳ່ວັນທີ 24 ກຸມພາ. ພາບ: ຖົ໋ງເຍີດ/VNA

 
ຕອນບ່າຍວັນທີ 24 ກຸມພາ 2019, ພາຍຫຼັງການເຮັດວຽກກັບກະຊວງການຕ່າງປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບຫ້ອງການລັດຖະບານ ກ່ຽວກັບ ວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ ຄັ້ງທີ 2 ລະ ຫວ່າງ ສ ອາເມລິກາ-ສປປ ເກົາຫຼີ. ຕອນຄຳ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມາກວດກາ ຄັ້ງທີ 2 ວຽກງານກະກຽມທີ່ສູນໜັງສືພິມສາກົນຢູ່ຫໍວັດທະນະທຳມິດຕະພາບ. 

ທີ່ການເຮັດວຽກກັບຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງ ຄວາມສຳຄັນ ແລະ ຄວາມໝາຍອັນຍິ່ງໃຫຍ່ຂອງກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2; ນີ້ເປັນເຫດການ ທາງການເມືອງ, ການຕ່າງປະເທດ ທີ່ມີຄວາມໝາຍແຖວໜ້າຂອງປະເທດ ໃນປີ 2019.
 
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ຕ້ອງສຳເລັດວຽກງານຕ້ອນຮັບເປັນຢ່າງດີ, ສະແດງໃຫ້ໄດ້ ມູນເຊື້ອ, ຮູບພາບປະເທດຊາດ, ຜູ້ຄົນ ຫວຽດນາມ ທີ່ໃກ້ຊິດ, ຮັກແຂກແພງຄົນຜ່ານກິລິຍາມາລະຍາດ ຂອງພະນັກງານ, ຜູ້ອອກແຮງງານ ຫວຽດນາມ.

ຕອນຄຳ່ວັນທີ 24 ກຸມພາ, ທ່ານນາຍົກລັດຖະມົນຕີ ສືບຕໍ່ທຳການກວດກາວຽກງານກະກຽມທີ່ສູນໜັງສືພິມສາກົນຮັບໃຊ້ໃຫ້ແກ່ກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ເປັນຄັ້ງທີ 2 ເພ່ືອກວດກາບັນດາວຽກງານທີ່ທ່ານນາຍົກລັດຖະມົນຕີໄດ້ມອບ ໝາຍໃຫ້ໃນຕອນເຊົ້າຂອງວັນດຽວກັນ.

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຄະນະກຳມະການ ປະຊາຊົນນະຄອນ ຮ່າໂນ້ຍ ຕ້ອງສືບຕໍ່ປະດັບປະດາຢູ່ ສູນໜັງ ສືພິມສາກົນ ເພື່ອສ້າງຄວາມປະທັບໃຈ ໃຫ້ແກ່ຜູ້ ເຂົ້າຮ່ວມ.

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕ້ອງເອົາໃຈໃສ່ເຖິງວຽກງານໂຄສະນາການ ທ່ອງທ່ຽວ; ຖືວ່າ ນີ້ເປັນໂອກາດພິເສດໃຫ້ແກ່ການທ່ອງທ່ຽວເພື່ອ ໂຄສະນາຮູບພາບກ່ຽວກັບປະເທດ ຫວຽດນາມ ທີ່ໃກ້ຊິດ,ມິດຕະພາບ, ສຸພາບ, ປອດໄພ ກັບນັກທ່ອງທ່ຽວ. 
ປະຕິບັດໂດຍ: VNA/VNP

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top