• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມື, ນຳພື້ນຖານລັດຖະການ ອາຊຽນ ກ້າວຂຶ້ນຂ້າງໜ້າ

ທີ່ກອງປະຊຸມ, ຜູ້ແທນໄດ້ແລກປ່ຽນທັດສະນະກ່ຽວຂ້ອງເຖິງຂອບເຂດຄູ່ຮ່ວມມືຍຸດທະສາດ ACCSM ເຊິ່ງໄດ້ຮັບຮອງເອົາຊົ່ວຄາວທີ່ກອງປະຊຸມພະນັກງານຂັ້ນສູງ ACCSM ເມື່ອເດືອນ ມິຖຸນາ 2021.
  ກອງປະຊຸມຫົວໜ້າພື້ນຖານລັດຖະການ ອາຊຽນ (ພາບ: TTXVN)  

ກອງປະຊຸມຫົວໜ້າພື້ນຖານລັດຖະການ ອາຊຽນ (HEAD) ດ້ວຍຫົວຂໍ້ “ຫັນພື້ນຖານລັດຖະການເປັນທັນສະໄໝ ມຸ່ງໄປເຖິງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ຮັບມື” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 05 ສິງຫາ, ຢູ່ ຮ່າໂນ້ຍ. ກອງປະຊຸມແມ່ນເຫດການສຳຄັນໃນຂອບເຂດກອງປະຊຸມຮ່ວມມື ອາຊຽນ ກ່ຽວກັບບັນດາບັນຫາລັດຖະການຄັ້ງທີ 21 (ACCSM), ໂດຍກະຊວງພາຍໃນ ຫວຽດນາມ ເປັນເຈົ້າພາບ ດ້ວຍບົດບາດປະທານໝູນວຽນ.

ທີ່ກອງປະຊຸມ, ຜູ້ແທນໄດ້ແລກປ່ຽນທັດສະນະກ່ຽວຂ້ອງເຖິງຂອບເຂດຄູ່ຮ່ວມມືຍຸດທະສາດ ACCSM ເຊິ່ງໄດ້ຮັບຮອງເອົາຊົ່ວຄາວທີ່ກອງປະຊຸມພະນັກງານຂັ້ນສູງ ACCSM ເມື່ອເດືອນ ມິຖຸນາ 2021. ບັນດາປະເທດສະມາຊິກໄດ້ເປັນເອກະພາບຕໍ່ທັດສະນະກ່ຽວກັບວິທີເປີດກວ້າງການຮ່ວມມືຂອງ ACCSM ກັບບັນດາອົງການລົງເລິກຂະແໜງການອື່ນຂອງ ອາຊຽນ ແລະ ອົງການຢູ່ພາຍນອກ; ສະແດງການສະໜັບສະໜູນ ແລະ ປາດຖະໜາຢາກນຳໃຊ້ຂອບເຂດຢ່າງສຸດຂີດ, ໄດ້ຮັບຜົນປະໂຫຍດຫຼາຍຢ່າງ ແລະ ຮ່ຳຮຽນເອົາວິທີເຮັດທີ່ດີຈາກບັນດາພື້ນຖານລັດຖະການ.

ໃນໂຄງການດຳເນີນງານ, ທ່ານນາງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ຟ້າມທິແທັງຈ່າ, ປະທານ ACCSM 21, ຖະແຫຼງມອບສິດປະທານ ACCSM ຄັ້ງທີ 22 ໃຫ້ແກ່ Brunei Darussalam ຢ່າງເປັນທາງການ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top