• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືໃນທຸກຂົງເຂດລະຫວ່າງຫວຽດນາມແລະບັງກະລາເທດ

      ວັນທີ 20 ກໍລະກົດ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ບັງກະລາເທດ ໂດຍທ່ານນາງ Shirin Sharmin Chaudhury, ປະທານສະພາແຫ່ງຊາດ ນຳຫນ້າ ໄດ້ມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ. ພາຍຫລັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດ ທັງສອງທ່ານໄດ້ດຳເນີນການເຈລະຈາ. 

ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ບັງກະລາເທດ ເຂົ້າຢ້ຽມສຸສານປະທານໂຮ່ຈິມມີນ
      ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີສືບຕໍ່ຍູ້ແຮງການຮ່ວມມືກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ, ຄວາມປອດໄພພະລັງງານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກະສິກຳ ປ່າໄມ້ ການປະມົງ, ການລ້ຽງສັດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເພີ່ມທະວີວຽກງານພົວພັນແລກປ່ຽນການຄ້າ, ສົ່ງເສີມການຄ້າ ການລົງທຶນ. ກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ສອງຝ່າຍສະເຫນີ ຮັກສາການແລກປ່ຽນຄະນະຜູ້ແທນການນຳທຸກຂັ້ນ, ພິຈາລະນາສ້າງຕັ້ງສອງກຸ່ມລັດຖະສະພາມິດຕະພາບລະຫວ່າງສອງປະເທດ, ສືບຕໍ່ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ເວທີປາໄສລັດຖະສະພາລະຫວ່າງຊາດໂລກ ແລະ ພາກພື້ນ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ເນັ້ນຫນັກວ່າ ສະພາແຫ່ງຊາດຫວຽດນາມ ສະຫນັບສະຫນູນສອງລັດຖະບານ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບກວ່າອີກ ເພື່ອປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ ພາກພື້ນ ແລະ ໃນໂລກ.
(ແຫຼ່ງຄັດຈາກ VOV)

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ທ່ານປະທານາທິບໍດີ Putin ຢືນຢັນວ່າ ເສດຖະກິດ ລັດເຊຍ ສືບຕໍ່ຮັກສາຄວາມສະຖຽນລະພາບ ໃນສະພາບການສາກົນສັບສົນ.

Top