• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ-ມຽນມາ

ວັນທີ 13 ສິງຫາ, ທີ່ຮ່າໂນ້ຍ, ທ່ານພົນເອກໂຕເລິມລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານAungSoe, ຮອງລັດຖະມົນຕີກະຊວງພາຍໃນສາທາລະນະລັດສະຫະພາບມຽນມາ, ທີ່ໄດ້ເດີນທາງມາຢ້ຽມຢາມແລະ ເຂົ້າຮ່ວມກອງປະຊຸມພົບປະສົນທະນາກ່ຽວກັບການປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີ ລະຫວ່າງຫວຽດນາມ-ມຽນມາຄັ້ງທີ 7.

ທ່ານພົນເອກໂຕເລິມລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບທ່ານAungSoe, ຮອງລັດຖະມົນຕີກະຊວງພາຍໃນມຽນມາ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີໂຕເລິມມີຄວາມປາດຖະໜາວ່າ:ໃນໄລຍະຈະມາເຖິງ, ສອງຝ່າຍຈະຮັກສາບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ; ເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານດ້ານອາດຊະຍາກຳທີ່ກ່ຽວພັນເຖິງຄວາມສະຫງົບຂອງສອງປະເທດແລະພາກພື້ນ; ຕໍ່ສູ້ກັບການເຄື່ອນໄຫວສວຍໂອກາດກ່ຽວກັບບັນຫາຊົນເຜົ່າ, ສາສະໜາທີ່ກໍ່ຄວາມຂາດສະຖຽນລະພາບທາງດ້ານການເມືອງແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຂອງແຕ່ລະປະເທດ. ທ່ານ ລັດຖະມົນຕີປາດຖະໜາວ່າສອງຝ່າຍຈະຊ່ວຍເຫຼືອເຊິ່ງກັນໃນການບຳລຸງສ້າງດ້ານພາສາແລະແບ່ງປັນບົດຮຽນດ້ານຄວບຄຸມ ແລະຕໍ່ສູ້ຕ້ານອາດຊະຍາກຳທຸກປະເພດ; ສົມທົບກັນຢ່າງມີປະສິດທິຜົນ ແລະສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໃສສາກົນ…

        ສ່ວນທ່ານ AungSoe ປາດຖະໜາວ່າໃນໄລຍະຈະມາເຖິງ, ການພົວພັນຮ່ວມມືລະຫວ່າງສອງຝ່າຍຈະສືບຕໍ່ພັດທະນາ, ປະກອບສ່ວນຮັບປະກັນຄວາມສະຫງົບຂອງປະເທດຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຂອງສອງປະເທດກໍ່ຄືໃນພາກພື້ນແລະສາກົນ.

        ວັນດຽວກັນ, ກະຊວງຕຳຫຼວດຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະສົນທະນາກ່ຽວກັບການປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີຄັ້ງທີ 7ລະຫວ່າງກະຊວງຕຳຫຼວດຫວຽດນາມແລະກະຊວງພາຍໃນມຽນມາ. ນະທີ່ນີ້, ສອງຝ່າຍໄດ້ຮັບຮອງເອົາທິດທາງການຮ່ວມມືໃນໄລຍະຈະມາເຖິງ, ພ້ອມດຽວກັນນັ້ນກໍ່ໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ໄວວິວັດການເຈລະຈາເພື່ອກ້າວໄປສູ່ການລົງນາມບັນດາສັນຍາ, ຂໍ້ຕົກລົງເພື່ອສ້າງພື້ນຖານດ້ານນິຕິກຳໃຫ້ແກ່ການພົວພັນຮ່ວມມືຢ່າງຍາວນານຂອງສອງປະເທດ.

        ສອງຝ່າຍໄດ້ເຫັນດີເປັນເອກະພາບຈັດກອງປະຊຸມພົບປະສົນທະນາກ່ຽວກັບການປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີ ລະຫວ່າງຫວຽດນາມ-ມຽນມາຄັ້ງທີ 8 ຢູ່ມຽນມາໃນປີ 2020./.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top