• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືແລວເສດຖະກິດລະຫວ່າງບັນດາແຂວງຂອງ ຫວຽດນາມ ແລະ ຈີນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເນັ້ນໜັກວ່າ: ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍ ກຳນົດການຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນ ແມ່ນພາກສ່ວນສຳຄັນໃນການສ້າງການພົວພັນຮ່ວມມືຍຸດທະສາດ ຫວຽດນາມ - ຈີນ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ກ່າວຄຳເຫັນທີ່ພິທີ

ຕອນເຊົ້າວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເປັນປະທານຈັດກອງປະຊຸມຮ່ວມມືແລວເສດຖະກິດ 5 ແຂວງ, ນະຄອນ: ລາວກາຍ, ຮ່າໂນ້ຍ, ຫາຍຟ່ອງ, ກ໋ວາງນິງ (ຫວຽດນາມ) ແລະ ແຂວງ ຢຸນໜານ (ປະເທດຈີນ) (ເອີ້ນເຫຍໍ້ວ່າ ກອງປະຊຸມຮ່ວມມືແລວເສດຖະກິດ ຫວຽດນາມ - ຈີນ), ດ້ວຍຫົວຂໍ້ “ເປີດກ້ວາງບັນດາຮູບແບບຮ່ວມສຳພັນ, ຮ່ວມມືລະຫວ່າງບັນດາແຂວງ, ນະຄອນແລວເສດຖະກິດ ຫວຽດນາມ - ຈີນ ເພື່ອພັດທະນາເສດຖະກິດໃນສະພາບການໃໝ່”.     

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເນັ້ນໜັກວ່າ: ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍ ກຳນົດການຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນ ແມ່ນພາກສ່ວນສຳຄັນໃນການສ້າງການພົວພັນຮ່ວມມືຍຸດທະສາດ ຫວຽດນາມ - ຈີນ. ໄລຍະຈະມາເຖິງ, ການນຳພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ມີຫຼາຍແຜນນະໂຍບາຍ, ນະໂຍບາຍສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນຢູ່ພາກເໜືອພັດທະນາໄວ, ຍືນຍົງ ແລະ ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງຈີນ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ສະເໜີໃຫ້ສອງຝ່າຍຂຸດຄົ້ນຄວາມສາມາດບົ່ມຊ້ອນທ່າແຮງໃນລະດັບ ແລະ ຂອບຂະໜາດການຮ່ວມມືສູງສຸດ:   

“ບັນດາທ້ອງຖິ່ນຄວນຕັດສິນໃຈ, ເປັນເຈົ້າການ ແລະ ມີຫົວຄິດປະດິດສ້າງ ເພື່ອປະກອບສ່ວນປະຕິບັດບັນດາຂໍ້ຕົກລົງ ແລະ ການຮັບຮູ້ລວມຂັ້ນສູງໃຫ້ເປັນຢ່າງດີ, ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປັບປຸງ, ເພີ່ມພຸນຄຸນສ້າງພົວພັນ, ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຈີນ ພັດທະນານັບມື້ນັບຍືນຍົງ. ເອົາໃຈໃສ່ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ໄປຄຽງຄູ່ກັບການຄົ້ນຄ້ວາ, ແລກປ່ຽນເພື່ອສ້າງຂອບເຂດ, ຮູບແບບການຮ່ວມມືໃໝ່, ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ເງື່ອນໄຂ ແລະ ບຸລິມະສິດພັດທະນາຂອງບັນດາທ້ອງຖິ່ນຂອງສອງຝ່າຍ”.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ວັນ​ທີ 19 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ ພົນ​ເອກ ຟານ​ວັນ​ຢາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ເປັ​ນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ, ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ Rajnath Singth ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ.

Top