• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ສໍານັກວາຕິກັງ

ວັນທີ 20 ຕຸລາ, ທ່ານ ເຈືອງຮວ່າບິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາກັນລັດຖະບານຫວຽດນາມ ໄດ້ມີການພົບປະກັບ ສັນຕະປະປາ  Francis  ແລະ ມີການພົບປະກັບ ທ່ານນາຍົກລັດຖະມົນຕີສຳນັກວາຕິກັງ, ພະຄະດິນັນ Pietro Parolin. 

ທ່ານ ເຈືອງຮວ່າບິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາກັນລັດຖະບານຫວຽດນາມ ມອບຂອງຂວັນເປັນທີີ່ລະນືກໃຫ້ແກ່ ສັນຕະປະປາ  Francis (ພາບ:Ngu Binh/TTXVN)

ທ່ານ ເຈືອງຮວ່າບິງ ໄດ້ແຈ້ງໃຫ້ ສັນຕະປະປາ ຮັບຊາບກ່ຽວກັບ ບັນດາຜົນງານດ້ານເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນ ທີ່ພົ້ນເດັ່ນໃນໄລຍະມໍ່ໆມານີ້ຂອງຫວຽດນາມ ແລະ ເນັ້ນໜັກວ່າ ນີ້ແມ່ນຜົນແຫ່ງຄວາມມານະພະຍາຍາມຂອງປະຊາຊົນຫວຽດນາມທຸກຄົນ,ໃນນັ້ນມີການປະກອບສ່ວນສໍາຄັນຂອງປະຊາຄົມບັນດາສາສະໜາຫວຽດນາມ. ທ່ານ ເຈືອງຮວ່າບິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍປະຕິບັດສໍາເລັດນະໂຍບາຍເຄົາລົບ ແລະ ຮັບປະກັນຄວາມເສລີໃນການເຫຼື້ອມໃສ, ການເຊື່ອຖືສາສະໜາຂອງປະຊາຊົນຫວຽດນາມທຸກຄົນ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາສາສະໜາໄດ້ເຄື່ອນໄຫວຕາມລັດຖະທໍາມະນູນ, ກົດລະບຽບຂອງບັນດາອົງການຈັດຕັ້ງສາສະໜາ ທີ່ສອດຄ່ອງກັບ ກົດໝາຍ.

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ສຳນັກວາຕິກັງ Pietro Parolin, ສອງຝ່າຍໄດ້ເຫັນດີເປັນເອກະພາບ ກ່ຽວກັບທິດທາງໃນການເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະ ສໍານັກວາຕິກັງ, ຍົກລະດັບຈາກ ລະດັບທູດພິເສດບໍ່ປະຈໍາ ຂຶ້ນເປັນ ທູດພິເສດປະຈໍາ ໃນໄລຍະຈະມາເຖິງ.

        ເນື່ອງໃນໂອກາດນີ້, ທ່ານ ເຈືອງຮວ່າບິງ ກໍໄດ້ໄປຢ້ຽມຢາມສະຖານທູດຫວຽດນາມປະຈໍາ ອີຕາລີ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)


ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງໄລຍະທາງພັດທະນາໃໝ່

ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງໄລຍະທາງພັດທະນາໃໝ່

ການພົວພັນລະຫວ່າງ 2 ປະເທດໄດ້ຜ່ານເຄິ່ງສະຕະວັດ ແລະ ພວມຢູ່ໃນໄລຍະດີງາມທີ່ສຸດໃນປະຫວັດສາດ.

Top