• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືທົ່ວໂລກໃນການປ້ອງກັນ, ຕ້ານກໍ່ການຮ້າຍນຳໃຊ້ເຕັກໂນໂລຊີສູງ

ຈຸດສຸມຂອງກອງປະຊຸມແມ່ນປຶກສາຫາລືບັນດາມາດຕະການຮັບມືລວມຕໍ່ໜ້າບັນດາຮູບແບບກໍ່ການຮ້າຍໃໝ່ນຳໃຊ້ປັນຍາປະດິດ (AI)
    (ພາບປະກອບ)

ກອງ​ປ​ະ​ຊຸມ​ສາ​ກົນ​ຮ່ວມ ​ສ.ເກົາ​ຫຼີ - ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຕ້​ານ​ການກໍ່​ການ​ຮ້າຍ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 06 ເມ​ສາ, ຢູ່​ນະ​ຄອນ Incheon, ສ.ເກົາ​ຫຼີ. ໂດຍ​ຈັດ​ຂຶ້ນ​ເປັນ​ເວ​ລາ 5 ວັນ, ເຫດ​ການ​ໄດ້​ເຕົ້າ​ໂຮມ​ນັກ​ຊ່ຽວ​ຊານ ແລະ ກຳ​ລັງຮັບ​ໜ້າ​ທີ່​ພິ​ເສດ 150 ຄົນ​ທີ່​ມາ​ຈາກ​ເກືອບ 20 ປະ​ເທດ, ໃນ​ນັ້ນ​ມີ ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ກາ​ນາ​ດາ ແລະ ຟີ​ລິບ​ປິນ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ 2 ຂໍ້​ລິ​ເລີມ​ໃຫຍ່ - “ເວ​ທີ​ປາ​ໄສການ​ສຶກ​ສາ​ຕ້ານ​ການກໍ່​ການ​ຮ້າຍ​ສາ​ກົນ” ປະ​ຈຳ​ປີ​ຂອງ ສ.ເກົາ​ຫຼີ ແລະ ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ກຳ​ລັງ​ຮັບ​ໜ້າ​ທີ່​ພິ​ເສດ​ຂັ້ນ​ສູງ​ຫຼາຍ​ຝ່າຍ (SLS) ຂອງ ອາ​ເມ​ລິ​ກາ - ສົມ​ທົບ​ກັນ​ຈັດ​ຂຶ້​ນ, ສະ​ແດງ​ໃຫ້​ເຫັນ​ລະ​ດັບ​ບຸ​ລິ​ມະ​ສິດ​​ນັບ​ມື້​ນັບ​ສູງຕໍ່​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ໃນ​ການ​ປ້ອງ​ກັນ, ຕ້ານ​ບັນ​ດາ​ໄພ​ນາບ​ຂູ່​ດ້ານ​ຄວາມ​ໝັ້ນ​ຄົງ​ໃໝ່.

ຈຸດ​ສຸມ​ຂອງກອງ​ປະ​ຊຸມ​ແມ່ນ​​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ລວມ​ຕໍ່​ໜ້າ​ບັນ​ດາ​ຮູບ​ແບບກໍ່​ການ​ຮ້າຍ​ໃໝ່​ນຳ​ໃຊ້​ປັນ​ຍາ​ປະ​ດິດ (AI); ສຸມ​ໃສ່​ສ້າງ​ຮູບ​ແບບ​ເໝືອນ​ຈິງ ກໍ​ຄື​ຍົກ​ສູງ​ຄວາມ​ສາ​ມາດ​ສົ​ມ​ທົບ​ກັນ ແລະ ການ​ກະ​ທົບ​ຕອບ​ລະ​ຫວ່າງ​ບັນ​ດາ​ລັດ​ຖະ​ບານ.

(ແຫຼ່ງຄັດຈາກ VOV)

ພິ​ທີໂຮມ​ຊຸມ​ນຸມ​ມິດ​ຕິງ​ປຸກ​ລະ​ດົມ​ວັນ​ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ 7 ເມ​ສາ

ພິ​ທີໂຮມ​ຊຸມ​ນຸມ​ມິດ​ຕິງ​ປຸກ​ລະ​ດົມ​ວັນ​ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ 7 ເມ​ສາ

ເຫ​ດ​ການ​ໂດຍ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ປະ​ສານ​ສົມ​ທົບ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈັດ​ຂຶ້ນ​ດ້ວຍ​ຫົວ​ຂໍ້ “ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ​ຕ້ານ​ພະ​ຍາດ - ເພື່ອ​ຫວຽດ​ນາມ​ເຂັ້ມ​ແຂງ”.

Top