ການນໍາບັນດາອົງການພາສີ ອາຊຽນ
ຢູ່ກອງປະຊຸມ, ການນໍາບັນດາອົງການພາສີ ອາຊຽນ ໄດ້ປຶກສາຫາລື ແລະ ອະນຸມັດຜ່ານຄວາມຄືບໜ້າໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື ແລະ ເຊື່ອມໂຍງທາງດ້ານພາສີໃນ ອາຊຽນ ເຊິ່ງໄດ້ຮັບການປະຕິບັດໂດຍບັນດາຄະນະກໍາມະການ/ກຸ່ມເຮັດວຽກກ່ຽວກັບ ພາສີ ໃນ ພາກພື້ນ ອາຊຽນ.
ຫົວໜ້າກົມໃຫຍ່່ພາສີບັນດາປະເທດ ໄດ້ຮັບຮູ້ ແລະ ຕີລາຄາຄວາມຄືບໜ້າໃນການປະຕິບັດແຜນການຍຸດທະສາດພັດທະນາ ພາສີ ໄລຍະ 2016 – 2020 ແລະ ມອບໝາຍໜ້າທີ່ໃຫ້ບັນດາກຸ່ມທີ່ເຮັດວຽກງານພາສີ ທັງໝົດ ເລີ່ມລົງມືປະຕິບັດໄລຍະປີ 2021 – 2025. ໃນຂອບເຂດກອງປະຊຸມ, ຍັງມີບັນດາການທາບທາມຄໍາເຫັນກັບຄູ່ຮ່ວມມືພັດທະນາ ທີ່ເປັນ ການນໍາຂອງຂະແໜງພາສີທີ່ມາຈາກ ອົດສະຕາລີ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ອົງການຈັດຕັ້ງພາສີໂລກ WCO ເພື່ອຊອກຫາກາລະໂອກາດເພີ່ມທະວີການຮ່ວມມືດ້ານພາສີ ໃນພາກພື້ນ. ຫົວໜ້າກົມໃຫຍ່ ພາສີ ບັນດາປະເທດ ອາຊຽນ ກໍມີບັນດາການທາບທາມຄໍາເຫັນສະເພາະຕ່າງຫາກກັບ ສະພາດໍາເນີນທຸລະກິດ ອາຊຽນ, ສະພາດໍາເນີນທຸລະກິດ ອີຢູ - ອາຊຽນ ແລະ ສະພາດໍາເນີນທຸລະກິດ ອາເມລິກາ - ອາຊຽນ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມື ລະຫວ່າງ ອົງການພາສີ - ວິສາຫະກິດ ໃນພາກພື້ນ.
ໂດຍເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ, ກົມພາສີລາວ ໄດ້ມີບັນດາການເຈລະຈາສອງຝ່າຍ ກັບ ຄະນະຜູ້ແທນພາສີ ອາຊຽນ 7 ຄະນະ ເພື່ອແລກປ່ຽນປະສົບການ, ການຮ່ວມມືພັດທະນາຊັບພະຍາກອນມະນຸດ ແລະ ວິຊາສະເພາະໃນຂົງເຂດພາສີ.
ໂດຍເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ, ກົມພາສີລາວ ໄດ້ມີບັນດາການເຈລະຈາສອງຝ່າຍ ກັບ ຄະນະຜູ້ແທນພາສີ ອາຊຽນ 7 ຄະນະ ເພື່ອແລກປ່ຽນປະສົບການ, ການຮ່ວມມືພັດທະນາຊັບພະຍາກອນມະນຸດ ແລະ ວິຊາສະເພາະໃນຂົງເຂດພາສີ.
(ແຫຼ່ງຄັດຈາກ VOV)