• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ອາຊຽນ - ອີຢູ ແລະ ອາຊຽນ - ອິນເດຍ

      ຕອນບ່າຍວັນທີ 12 ກັນຍາ, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ (ພາບ: TTXVN)
      ໃນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ, ບັນດາລັດຖະມົນຕີໄດ້ຢືນຢັນຄຳໝັ້ນສັນຍາຢ່າງແຮງ, ໃນໄລຍະທີ່ຈະມາເຖິງ ເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງ ອາຊຽນ ແລະ ອີຢູ, ສືບຕໍ່ຊຸກຍູ້ສາຍພົວພັນ “ຄູ່ຮ່ວມມືໃນສາຍສຳພັນ”. ສອງຝ່າຍເຫັນດີສືບຕໍ່ຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ມີທ່າແຮງ ຢ່າງມີປະສິດທິຜົນ, ໃນນັ້ນ ມີ ເສດຖະກິດ - ການຄ້າ, ການເຊື່ອມຕໍ່, ຄົມມະນາຄົມ, ຕ້ານການກໍ່ການຮ້າຍ, ຕ້ານອາດຊະຍາກຳຂ້າມຊາດ, ການປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ....
            ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ, ບັນດາລັດຖະມົນຕີໄດ້ເຫັນດີຍູ້ແຮງການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ຮ່ວມມືທາງທະເລ, ຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ…
            ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19, ອິນເດຍ ຢັ້ງຢືນຊ່ວຍໜູນອາຊຽນແກ້ໄຂຜົນຮ້າຍຈາກໂລກລະບາດ ແລະ ຊຸກຍູ້ການຟື້ນຟູແບບຍືນຍົງ; ສົມທົບກັນຢ່າງແໜ້ນແຟ້ນກັບອາຊຽນໃນການຄົ້ນຄວ້າ ແລະ ຜະລິດວັກຊິນ ແລະ ຢາປົວພະຍາດໂຄວິດ - 19.
            ທີ່ບັນດາກອງປະຊຸມລະຫວ່າງ ອາຊຽນ ກັບ ອີຢູ ແລະ ອິນເດຍ, ບັນດາປະເທດໄດ້ສະຫງວນເວລາເພື່ອແລກປ່ຽນກ່ຽວກັບບັນດາບັນຫາໃນໂລກ ແລະ ພາກພື້ນ  ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນນັ້ນ ມີສະພາບການຢູ່ທະເລຕາເວັນອອກ, ບັນດາປະເທດສືບຕໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເຮືອ ແລະ ການບິນ, ບໍ່ດຳເນີນການເຄື່ອນໄຫວດ້ານການທະຫານ, ລະງັບໃຈ, ບໍ່ຄວນມີການກະທຳກໍ່ຄວາມສັບສົນ ແລະ ເຮັດໃຫ້ເພິ່ມຄວາມເຄັ່ງຕຶງ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top