• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນມິດຕະພາບ,ພົວພັນຕ່າງປະເທດແລະສ້າງກົດໝາຍລະຫວ່າງຫວຽດນາມ-ອີຕາລີ

      ໃນລະຫວ່າງວັນທີ 29 ພະຈິກ ຫາວັນທີ 03 ທັນວາ, ຄະນະປະຕິບັດງານຂອງກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມເຍົາວະຊົນ ອະນຸຊົນ ສັງກັດສະພາແຫ່ງຊາດຫວຽດນາມ ໂດຍທ່ານຫົວໜ້າຄະນະກຳມາທິການ ຟານແທງບິ່ງ ນຳໜ້າໄດ້ມີການເຮັດວຽກຢູ່ອີຕາລີ. ໃນໄລຍະຢູ່ຢ້ຽມຢາມ, ຄະນະຜູ້ແທນໄດ້ມີບັນດາການພົບປະ, ເຮັດວຽກກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງອີຕາລີ.

 ເພີ່ມທະວີການພົວພັນມິດຕະພາບ,ພົວພັນຕ່າງປະເທດແລະສ້າງກົດໝາຍລະຫວ່າງຫວຽດນາມ-ອີຕາລີ
(ພາບ: Vietnam+)
      ທ່ານຫົວໜ້າກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມເຍົາວະຊົນ ອະນຸຊົນ ຟານແທງບິ່ງ ສັງກັດສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ, ຈຸດປະສົງຂອງການໄປປະຕິບັດງານແມ່ນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ພົວພັນກັບຕ່າງປະເທດ ແລະ ສ້າງກົດໝາຍລະຫວ່າງສະພາແຫ່ງຊາດ 2 ປະເທດ. ຄຽງຂ້າງນັ້ນ, ແມ່ນຊອກຮູ້ນະໂຍບາຍແຫ່ງຊາດ, ລະບົບກົດໝາຍໃນຂົງເຂດທີ່ກ່ຽວຂ້ອງ ແລະ ສະເໜີທິດທາງຮ່ວມມືລະອຽດ; ສຳຫຼວດບັນດາຂົງເຂດການສຶກສາຂັ້ນມະຫາວິທະຍາໄລ, ການທ່ອງທ່ຽວ, ກິລາ ແລະ ວຽກງານຊາວໜຸ່ມ.
        ຜ່ານບັນດາການເຈລະຈາ ແລະ ແລກປ່ຽນ, ຝ່າຍອີຕາລີ ໄດ້ຕີລາຄາສູງການຮ່ວມມືລະຫວ່າງຫວຽດນາມ ແລະ ອີຕາລີ, ໂດຍສະເພາະແມ່ນພາຍຫຼັງ 2 ປະເທດລົງນາມໃນສັນຍາການພົວພັນຄູ່ຮ່ວມມືຍຸດທະສາດເມື່ອປີ 2013, ຖືວ່າ, ການຮ່ວມມືລະຫວ່າງ 2 ປະເທດພວມນັບມື້ນັບພັດທະນາໃນທຸກຂົງເຂດ. 2 ຝ່າຍໄດ້ເຫັນດີຄວນເພີ່ມທະວີບັນດາການຢ້ຽມຢາມ ແລະ ເຮັດວຽກລະຫວ່າງການນຳ 2 ປະເທດ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top