• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ້າງຂວາງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ

ຕອນເຊົ້າວັນທີ 29 ກໍລະກົດ,ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບກະຊວງພາຍໃນ ແລະ ສື່ສານ ຍີ່ປຸ່ນ Junji Suzuki  ມາຢ້ຽມຢາມ ແລະ ເຮັດວຽກຢູູ່ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບກະຊວງພາຍໃນ ແລະ ສື່ສານ ຍີ່ປຸ່ນ Junji Suzuki (ພາບ: VGP)
ຕາມທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງແລ້ວ, ຍີ່ປຸ່ນ ແມ່ນໜຶ່ງໃນບັນດາປະເທດເພື່ອນມິດສະໜິດສະໜົມທີ່ສຸດ, ແມ່ນຄູ່ຮ່ວມມືສະໜອງທຶນ ODA ຫຼາຍທີ່ສຸດໃຫ້ແກ່ ຫວຽດນາມ ດ້ວຍຈໍານວນທຶນຮັບປະກັນກວ່າ 30 ຕື້ USD; ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢືນອັນດັບທີ 2 ດ້ວຍ 4.150 ໂຄງການ ແລະ ລວມຍອດທຶນຈົດທະບຽນບັນລຸກວ່າ 57 ຕື້ USD... ທ່ານ ເຈືອງຮວ່າບິ່ງ ເຊື່ອໝັ້ນວ່າ ບົນພື້ນຖານບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືທີ່ໄດ້ລົງນາມເມື່ອປີ 2013, ອົງການກວດກາລັດຖະບານຫວຽດນາມ ແລະ ກະຊວງພາຍໃນ ແລະ ສື່ສານ ຍີ່ປຸ່ນ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ແທດຈິງ, ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ຫວຽດນາມ-ຍີ່ປຸ່ນໃຫ້ດີກວ່າອີກ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ຍັງສະເໜີໃຫ້ທັງສອງຝ່າຍ ສືບຕໍ່ລົງນາມໃນບັນດາໂຄງການຮ່ວມມື ພ້ອມທັງປາດຖະໜາວ່າ: ຝ່າຍ ຍີ່ປຸ່ນ ຈະຮັບແຮງງານ, ນັກຄົ້ນຄວ້າ, ນັກສຶກສາ ຫວຽດນາມ ໄປຍັງ  ຍີ່ປຸ່ນ ຫຼາຍກວ່າອີກ. ນີ້ແມ່ນແຫຼ່ງກໍາລັງທີ່ໃຫຍ່ຫຼວງ ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດນີ້. 
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top