• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດ​ຕົວ​ເຂດ​ວັດ​ທະ​ນະ​ທຳ, ອາ​ຫານ​ການ​ກິນ ຫວຽດ​ນາມ ຢູ່ ອິດ​ສະ​ຣາ​ແອັນ

ວັນທີ 16 ເມສາ, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອັນ ໄດ້ສົມທົບກັບພັດທະຄານ Viet – Taam ໄດ້ເປີດເຂດວັດທະນະທຳ, ອາຫານການກິນ ຫວຽດນາມ ຢູ່ ນະຄອນ Netanya, ອິດສະຣາແອັນ.
  ບັນຍາກາດເຂດວັດທະນະທຳ ຫວຽດນາມ ຢູ່ ອິດສະຣາແອັນ ໃນມື້ທຳອິດ (ພາບ: TTXVN)  

ຈຸດປະສົງຂອງການສ້າງເຂດວັດທະນະທຳ ຫວຽດນາມ ຢູ່ ອິດສະຣາແອັນ ແມ່ນເພື່ອແນໃສ່ໂຄສະນາ, ແນະນຳວັດທະນະທຳ, ອາຫານການກິນ ແລະ ການທ່ອງທ່ຽວ ຫວຽດນາມ, ເຊື່ອມຕໍ່ວິສາຫະກິດ ແລະ ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ. ນອກຈາກນັ້ນແລ້ວ, ຢູ່ເຫດການນີ້, ສະຖານທູດ ຫວຽດນາມ ກໍໄດ້ແນະນຳຮູບແບບການຈັດຕັ້ງເຫດການ “ສາມຝ່າຍ” ລະຫວ່າງ ຫວຽດນາມ - ອິດສະຣາແອັນ ກັບ ປະເທດທີ 3 ຄື ອົດສະຕາລີ, ສະວິດ, ການາດາ, ໂກລົມເບຍ, ໂດມີນິກ ແລະ ປະເທດອື່ນໆ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອັນ ຫຼີດຶກຈູງ ໃຫ້ຮູ້ວ່າ ແຕ່ລະເດືອນ, ສະຖານທູດ ຈະຈັດການໂອ້ລົມສົນທະນາ, ພົບປະກັບວິສາຫະກິດ ແລ້ວພ້ອມທັງການແນະນຳອາຫານການກິນ, ດົນຕີ, ແຟຊັນ… ຂອງ ຫວຽດນາມ ຢູ່ແຫ່ງນີ້ອີກດ້ວຍ.

 

(ແຫຼ່ງຄັດຈາກ VOV)

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ

Top