ຂ່າວສານ
ເປີດຕົວລາຍການສະແດງສິລະປະຮັບໃຊ້ການທ່ອງທ່ຽວ “ເລື່ອງລາວ ຮ່າໂນ້ຍ - ມື້ໜຶ່ງທີ່ເຕັມໄປດ້ວຍວັດທະນະທໍາ ຮ່າໂນ້ຍ ແທ້ໆ”
ລາຍການດັ່ງກ່າວໄດ້ວາດພາບຄືນຈັງຫວະຊີວິດ ຮ່າໂນ້ຍ ຜ່ານພາສາດົນຕີ, ສິລະປະຟອ້ນ ແລະ ສະແດງ, ປະສົມປະສານກັບເຕັກໂນໂລຢີເວທີທັນສະໄໝ. ຈຸດພົ້ນເດັ່ນຂອງລາຍການດັ່ງກ່າວແມ່ນເວທີເປີດ ດ້ວຍຫຼາຍກິດຈະກຳກະທົບຕອບ, ອະນຸຍາດໃຫ້ຜູ້ຊົມສາມາດເຂົ້າຮ່ວມການລົງຕົວຈິງສິລະປະໂດຍກົງ. ໄປຄຽງຄູ່ກັນນັ້ນ, ກ່ອນເວລາສະແດງ, ຜູ້ຊົມກໍ່ສາມາດດື່ມນ້ຳຊາເອືອບດອກບົວ, ກິນເຂົ້າໜົມພື້ນເມືອງ ແລະ ບັນດາເຍື່ອງອາຫານທີ່ເຂັ້ມຂຸ້ນໄປດ້ວຍລົດຊາດ ຮ່າໂນ້ຍ ເພື່ອສຳຜັດກັບວັດທະນະທຳນະຄອນຫຼວງ.
ຕາມແຜນການແລ້ວ, ລາຍການດັ່ງກ່າວຈະໄດ້ສະແດງ ໃນເວລາ 20 ໂມງ, ທຸກຕອນຄ່ຳວັນສຸກໃນອາທິດ, ມຸ່ງໄປເຖິງການສ້າງຜະລິດຕະພັນວັດທະນະທຳທີ່ເປັນເອກະລັກຂອງນະຄອນຫຼວງ, ຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.






