• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະເໜີຕົວສື່ສັງຄົມອອນລາຍການທ່ອງທ່ຽວທຳອິດຂອງຊາວ ຫວຽດນາມ

      Hahalolo ອະນຸຍາດໃຫ້ຜູ້ນຳໃຊ້ອາດຈະຂໍເປັນໝູ່, ພົບປະແລກປ່ຽນ ແລະ ໂອ້ລົມຜ່ານທາງເຄືອຂ່າຍອິນເຕີແນັດ, ແຂກທ່ອງທ່ຽວອາດຈະຫາເງິນໄດ້ຜ່ານການແບ່ງປັນບັນຫາເລື່ອງລາວໃນສື່ສັງຄົມອອນລາຍ

ພິທີເປີດສະເໜີຕົວສື່ສັງຄົມອອນລາຍການທ່ອງທ່ຽວທຳອິດຂອງຊາວ ຫວຽດນາມ (ພາບ: TTXVN) 
      ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ບໍລິສັດຫຸ້ນສ່ວນສື່ສັງຄົມອອນລາຍການທ່ອງທ່ຽວ Hahalolo ໄດ້ເປີດສະເໜີຕົວສື່ສັງຄົມອອນລາຍການທ່ອງທ່ຽວທຳອິດຂອງຊາວ ຫວຽດນາມ. ສື່ສັງຄົມອອນລາຍການທ່ອງທ່ຽວນີ້ໄດ້ສ້າງຂຶ້ນບົນພື້ນຖານລວມໃນນັ້ນມີສື່ສັງຄົມອອນລາຍ, ການບໍລິການທ່ອງທ່ຽວຜ່ານເຄືອຂ່າຍອິນເຕີແນັດ ແລະ ການຄ້າເອເລັກໂຕນິກ.
        Hahalolo ອະນຸຍາດໃຫ້ຜູ້ນຳໃຊ້ອາດຈະຂໍເປັນໝູ່, ພົບປະແລກປ່ຽນ ແລະ ໂອ້ລົມຜ່ານທາງເຄືອຂ່າຍອິນເຕີແນັດ, ແຂກທ່ອງທ່ຽວອາດຈະຫາເງິນໄດ້ຜ່ານການແບ່ງປັນບັນຫາເລື່ອງລາວໃນສື່ສັງຄົມອອນລາຍ; ໂປຼແກຼມນີ້ກໍ່ແມ່ນຂົວເຊື່ອມຕໍ່ລະຫວ່າງບັນດາຫົວໜ່ວຍສະໜອງບໍລິການທ່ອງທ່ຽວ, ບໍລິສັດການທ່ອງທ່ຽວ, ນັກຂາຍຍ່ອຍດ້ານການທ່ອງທ່ຽວ…ກັບລູກຄ້າ.
(ແຫຼ່ງຄັດຈາກ VOV)
 
 

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top