• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະຫຼອງໂຮງຮຽນ ມັດທະຍົມຕອນປາຍ ສິທ່ານາໄຊ - ຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມອບໃຫ້ແຂວງ ບໍລິີຄໍາໄຊ, ລາວ

      ພາຍຫຼັງດໍາເນີນການກໍ່ສ້າງຢ່າງຮີບດ່ວນມາເປັນເວລາ 01 ປີ, ໂຮງຮຽນມັດທະຍົມຕອນປາຍສິທ່ານາໄຊ, ຢູ່ແຂວງບໍລີຄໍາໄຊ, ລາວ ໄດ້ເປີດສະຫຼອງຢ່າງເປັນທາງການ ແລະ ນໍາເຂົ້າເຄື່ອນໄຫວນັບແຕ່ຕອນເຊົ້າວັນທີ 11 ພະຈິກເປັນຕົ້ນໄປ.

ພິທີຕັດແຖບຜ້າເປີດສະຫຼອງໂຮງຮຽນມັດທະຍົມຕອນປາຍ ສິທ່ານາໄລ (ພາບ: TTXVN)
      ກິດຈະກໍາດັ່ງກ່າວ ແມ່ນຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ມອບໃຫ້ແຂວງບໍລີຄໍາໄຊ ເນື່ອງໃນໂອກາດທ່ານໄປຢ້ຽມຢາມລາວ ເມື່ອເດືອນພະຈິກ 2016. ດ້ວຍຈໍານວນເງິນ 30 ຕື້ດົງ, ໂຮງຮຽນແຫ່ງດັ່ງກ່າວຖືກກໍ່ສ້າງເປັນ 4 ຊັ້ນທີ່ກວ້າງໃຫຍ່ງາມຕາ ພ້ອມກັບ ອຸປະກອນການຮຽນ-ການສອນຂອງຄູອາຈານ ແລະ ນັກຮຽນ ຢ່າງຄົບຖ້ວນ ຈະປົວແປງເງື່ອນໄຂການຮຽນການສອນຂອງຄູອາຈານ, ນັກສຶກສາ ແລະ ຍົກສູງຄຸນນະພາບການສຶກສາຂອງໂຮງຮຽນມັດທະຍົມຕອນປາຍນີ້ ໄດ້ຫຼາຍພໍສົມຄວນ. ຜູ້ອໍານວຍການໂຮງຮຽນ ສິທ່ານາໄຊ, ໃຫ້ຮູ້ວ່າ:
        ຂ້າພະເຈົ້າຂໍຕາງໜ້າໃຫ້ໂຮງຮຽນສິທ່ານາໄຊ ສະແດງຄວາມຂອບອົກຂອບໃຈຕໍ່ຂອງຂັວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງໄດ້ມອບໃຫ້. ດ້ວຍໂຮງຮຽນຫຼັງໃໝ່ທີ່ກວ້າງໃຫຍ່ ງາມຕາ ແລະ ທັນສະໄໝນີ້, ຄູອາຈານ ແລະ ນັກຮຽນພວກຂ້າພະເຈົ້າຈະມີເງື່ອນໄຂສິດສອນ ແລະ ຮໍ່າຮຽນໄດ້ດີກວ່າ. ພວກຂ້າພະເຈົ້າ ຈະປົກປັກຮັກສາໂຮງຮຽນຕຶກນີ້ໃຫ້ເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສຶກສາ, ບໍາລຸງສ້າງຊັບພະຍາກອນມະນຸດ ໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.
 (ແຫຼ່ງຄັດຈາກ VOV)

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top