• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດນໍາໃຊ້ປະຕູຖານຂໍ້ມູນເອເລັກໂຕນິກ ກ່ຽວກັບ FTA ແຫ່ງທຳອິດຂອງ ຫວຽດນາມ

      ປະຕູຖານຂໍ້ມູນເອເລັກໂຕນິກກ່ຽວກັບ FTA ຂອງ ຫວຽດນາມ ໄດ້ນຳເຂົ້າເຄື່ອນໄຫວ ຈະແມ່ນບ່ອນສະໜອງເຄື່ອງມືຄົ້ນຫາທາງອອນລາຍໃຫ້ແກ່ປະຊາຄົມວິສາຫະກິດ ແລະ ບັນດາເປົ້າໝາຍທີ່ມີຄວາມສົນໃຈຕໍ່ຄຳໝັ້ນສັນຍາຂອງບັນດາສັນຍາ FTA ສະບັບຕ່າງໆ ເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມ.

ທ່ານ ເຈິນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ
ກ່າວຄຳເຫັນທີ່ພິທີ (ພາບ: TTXVN)
      ວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດຕັ້ງພິທີເປີດນໍາໃຊ້ ປະຕູຖານຂໍ້ມູນເອເລັກໂຕນິກ ກ່ຽວກັບສັນຍາການຄ້າເສລີ ຂອງ ຫວຽດນາມ (Vietnam FTA Portal – FTAP).
        ປະຕູຖານຂໍ້ມູນເອເລັກໂຕນິກກ່ຽວກັບ FTA ຂອງ ຫວຽດນາມ ໄດ້ນຳເຂົ້າເຄື່ອນໄຫວ ຈະແມ່ນບ່ອນສະໜອງເຄື່ອງມືຄົ້ນຫາທາງອອນລາຍໃຫ້ແກ່ປະຊາຄົມວິສາຫະກິດ ແລະ ບັນດາເປົ້າໝາຍທີ່ມີຄວາມສົນໃຈຕໍ່ຄຳໝັ້ນສັນຍາຂອງບັນດາສັນຍາ FTA ສະບັບຕ່າງໆ ເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມ ລວມທັງບັນດາຄຳໝັ້ນສັນຍາກ່ຽວກັບພາສີ, ຫຼັກການກ່ຽວກັບຕົ້ນກຳເນີດສິນຄ້າ, ການບໍລິການ ແລະ ການລົງທຶນ ກໍຄືບັນດາຂໍ້ມູນຂ່າວສານທີ່ຈຳເປັນອື່ນໆໃນການແລກປ່ຽນການຄ້າຂອງວິສາຫະກິດ.
        ມາຮອດປັດຈຸບັນ, ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ໃນພາກພື້ນ ແລະ ສອງຝ່າຍ ທັງໝົດ 14 ສະບັບ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top