• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດຕົວສູນຄຸ້ມຄອງ, ບໍລິຫານການໜູນຊ່ວຍການກວດ, ປິ່ນປົວ ພະຍາດ Covid – 19 ທາງອອນລາຍ

      ວັນທີ 5 ມີນາ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສົມທົບກັບກຸ່ມບໍລິສັດ VMED ເປີດຕົວສູນຄຸ້ມຄອງ, ບໍລິຫານການໜູນຊ່ວຍການກວດ, ປິ່ນປົວ ພະຍາດ Covid – 19 ທາງອອນລາຍ. 

ວຽກງານກວດສຸຂະພາຍເບື້ອງຕົ້ນຢູ່ເຂດແຍກຕົວຢູ່ຕ່າງຫາກ (ພາບ: TTXVN)
      ສູນດັ່ງກ່າວ ໄດ້ຮັບການຜັນຂະຫຍາຍດ້ວຍເປົ້າໝາຍນຳໃຊ້ຈຸດພົ້ນເດັ່ນຂອງມາດຕະການທາງການແພດດີຈີຕອນໃນວຽກງານຄວບຄຸມໂລກລະບາດ Covid – 19 ແລະ ໜູນໃຊ້ການຄວບຄຸມໂລກລະບາດໃນອະນາຄົດ, ອະນຸຍາດໃຫ້ນັກຊ່ຽວຊານ, ນັກຄຸ້ມຄອງ ໃຫ້ຄຳປຶກສາດ້ານວິຊາການ ແລະ ຊີ້ນຳບໍລິຫານໃຫ້ຂັ້ນລຸ່ມໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນທີ່ສຸດ, ປະກອບສ່ວນຍົກສູງຄຸນນະພາບໃນການກວດ ແລະ ປິ່ນປົວ. ສູນສາມາດເຊື່ອມຕໍ່ ສະຖານທີ່ຈຸດສຸມປ້ອງກັນຄວບຄຸມເຊື້ອພະຍາດໄດ້ 23 ແຫ່ງ ແລະ ໂຮງໝໍໃນທົ່ວປະເທດ ກ່ວາ 1.400 ແຫ່ງ. ສູນມີບົດບາດໜ້າທີ່ຄຸ້ມຄອງ, ບໍລິຫານ ແຫຼ່ງກຳລັງ ແລະ ການເຄື່ອນໄຫວທາງດ້ານວິຊາການ, ວິຊາສະເພາະ ເພື່ອແນໃສ່ໜູນຊ່ວຍບັນດາຮາກຖານ ກວດ, ປິ່ນປົວ ພະຍາດຢູ່ບ່ອນຕ້ອນຮັບ, ແຍກຕົວ, ກວດ ແລະ ປິ່ນປົວ ຜູ້ຕິດພະຍາດ Covid – 19.
        ເມື່ອນຳເຂົ້າເຄື່ອນໄຫວ, ສູນໄດ້ຊ່ວຍໃຫ້ແພດໝໍຢູ່ຕາມຮາກຖານຫຼຸດຜ່ອນການສຳຜັດກັບຄົນເຈັບຫຼຸດຜ່ອນຄວາມສ່ຽງການຕິດແປດພະຍາດ. ນີ້ແມ່ນຂັ້ນຕອນພື້ນຖານສຳຄັນໃນການສ້າງສູນບັນຊາຂອງກະຊວງສາທາລະນະສຸກ, ສະມາຄົມຟຶ້ນຟູສຸຂະພາບສຸກເສີນ ແລະ ຕ້ານທາດເບື່ອຫວຽດນາມເຊິ່ງເຕົ້າໂຮມໂຮງໝໍໃຫຍ່ຢູ່ ທັງ 3 ພາກເໜືອ, ພາກກາງ ແລະ ພາກໃຕ້ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top