ດ້ວຍຂະໜາດພື້ນທີ່ວາງສະແດງກວ້າງເຖິງ 6.500 ມ2, ງານວາງສະແດງ Vietfood & Beverage - Propack Vietnam 2025 ໄດ້ຢືນຢັນຖານະເປັນງານວາງສະແດງ F&B ທີ່ໃຫຍ່ທີ່ສຸດໃນພາກເໜືອ, ເຊິ່ງໄດ້ເຕົ້າໂຮມ 400 ຮ້ານ ວາງສະແດງ ຂອງ ກວ່າ 350 ບໍລິສັດ ທີ່ມາຈາກ 10 ປະເທດ ແລະ ເຂດແຄ້ວນ. ເຫດການຄັ້ງນີ້ ໄດ້ນໍາສະເໜີ ພາບລວມ ທີ່ຄົບຖ້ວນ ຂອງຂະແໜງອາຫານ ແລະ ເຄື່ອງດື່ມ, ແນະນໍາລະບົບຕ່ອງໂສ້ຜະລິດຕະພັນ, ເຕັກໂນໂລຊີ ແລະ ວິທີແກ້ໄຂບັນຫາທີ່ທັນສະໄໝ ໃນຂົງເຂດ: ອາຫານ, ເຄື່ອງດື່ມ, ວັດຖຸດິບ - ເຄື່ອງປຸງແຕ່ງ, ອຸປະກອນປຸງແຕ່ງ - ເຄື່ອງຫຸ້ມຫໍ່ ແລະ ການຫຸ້ມຫໍ່.
ນອກຈາກນີ້, ຍັງເປັນໂອກາດໃຫ້ແກ່ບັນດາບໍລິສັດ, ຜູ້ນຳເຂົ້າ, ລະບົບຂາຍຍ່ອຍ ໄດ້ຊອກຫາແຫຼ່ງສະໜອງທີ່ໜ້າເຊື່ອຖື, ພົບປະໂດຍກົງ ກັບບັນດາຍີ່ຫໍ້ ທີ່ມີຊື່ສຽງ, ພ້ອມທັງສຳຫຼວດ ແນວໂນ້ມການຊົມໃຊ້ ແລະ ເຕັກໂນໂລຊີໃໝ່ຫຼ້າສຸດ ຂອງຂະແໜງ F&B ໃນພາກພື້ນ ແລະ ທົ່ວໂລກ.
ເຫດການດັ່ງກ່າວແມ່ນຂົວຕໍ່ຍຸດທະສາດຂອງຂະແໜງ F&B ຫວຽດນາມ, ງານ Vietfood & Beverage - Propack Vietnam 2025 ທີ່ຮ່າໂນ້ຍ ບໍ່ພຽງແຕ່ນຳມາເຊິ່ງມູນຄ່າ ທາງດ້ານການຄ້າເທົ່ານັ້ນ, ແຕ່ຍັງປະກອບສ່ວນ ສົ່ງເສີມ ການປະດິດສ້າງໃໝ່, ການຫັນປ່ຽນສີຂຽວ ແລະ ການພັດທະນາແບບຍືນຍົງໃຫ້ແກ່ທົ່ວຂະແໜງການ.
ຫຼັງຈາກເຫດການທີ່ນະຄອນຫຼວງ ຮ່າໂນ້ຍ, ງານວາງສະແດງສາກົນສະເພາະຂະແໜງອາຫານ ແລະ ເຄື່ອງດື່ມ ທີ່ໃຫຍ່ທີ່ສຸດຂອງ ຫວຽດນາມ (Vietfood & Beverage - Propack Vietnam 2026) ຈະໄດ້ຈັດຂຶ້ນ ທີ່ນະຄອນ ໂຮ່ຈີມິນ ແຕ່ວັນທີ 06 – 08 ສິງຫາ 2026, ຄາດວ່າຈະມີຂະໜາດສູງສຸດເປັນປະຫວັດສາດ ດ້ວຍ 1.500 ຮ້ານວາງສະແດງ ເທິງເນື້ອທີ່ທັງໝົດ 30.000 ມ2.













