• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດກ້ວາງຮູບແບບການກວດແລະ ປິ່ນປົວພະຍາດທາງໄກ

ຕອນບ່າຍວັນທີ 7/11, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານ ແລະ ຊີ້ນຳຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ສະພາແຫ່ງຊາດໄດ້ດຳເນີນການຊັກຖາມບັນດາລັດຖະມົນຕີບັນດາ ກະຊວງໃນກຸ່ມຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ; ການສຶກສາ ແລະ ກໍສ້າງ; ວັດທະນະທໍາ, ກິລາແລະການທ່ອງທ່ຽວ; ສາທາລະນະສຸກ; ແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ; ຖະແຫຼງຂ່າວ ແລະ ການສື່ສານ.
ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງຕອບຄຳຊັກຖາມ

ກ່ຽວກັບການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງຂະແໜງສາທາລະນະສຸກ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ດ່າວຮົ່ງລານ ໃຫ້ຮູ້ວ່າ: ກະຊວງສາທາລະນະສຸກໄດ້ມີບັນດາຂໍ້ຕົກລົງກ່ຽວກັບການອະນຸມັດໂຄງການກວດ ແລະ ປິ່ນປົວພະຍາດທາງໄກໄລຍະ 2020-2025 ແລະ ແຜນການຊຸກຍູ້ພັດທະນາການນຳໃຊ້ການແພດດິຈິຕອນ ເພື່ອຫັນເປັນ ດິຈິຕອນເຖິງປີ 2025.ໄລຍະທີ່ຜ່ານມາ, ກະຊວງສາທາລະນະສຸກໄດ້ຕັ້ງໜ້າຜັນຂະຫຍາຍ ແລະ ພວມນຳໃຊ້ ທົດລອງການກວດແລະ ປິ່ນປົວ ພະຍາດທາງໄກ, ໃນເບື້ອງຕົ້ນໄດ້ນໍາມາເຊິ່ງ ປະສິດທິຜົນ.

ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບການສົ່ງຊາວໜຸ່ມບັນດາເຜົ່າສ່ວນໜ້ອຍໄປເຮັດວຽກຢູ່ຕ່າງປະເທດ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ ໃຫ້ຮູ້ວ່າ: ນີ້ແມ່ນແຜນນະໂຍບາຍໃຫຍ່ຂອງລັດຖະບານໃນແຜນສັງລວມສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ. ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ ກ່າວວ່າ :

“ລັດຖະບານມີແຜນການສະເພາະສໍາລັບປະຊາຊົນບັນດາເຜົ່າສ່ວນຫນ້ອຍ. ຊາວໜຸ່ມທຸກຄົນຢູ່ເຂດຫ່າງໄກສອກຫຼີກ ໂດຍສະເພາະບັນດາເມືອງທີ່ປະສົບກັບຄວາມຫຍຸ້ງຍາກ ລ້ວນແຕ່ໄດ້ຮັບທຸກລະບອບ ແລະ ນະໂຍບາຍໂດຍບໍ່ເສຍຄ່າ, ນັບທັງການສຶກສາ, ບຳລຸງສ້າງ, ຮຽນພາສາຕ່າງປະເທດ. ພ້ອມກັນນັ້ນ, ພວກຂ້າພະເຈົ້າມີການ ຕິດຕາມ ແລະ ໜູນຊ່ວຍເປົ້າໝາຍນີ້. ຫວຽດນາມ ກໍ່ໄດ້ລົງນາມກັບຍີ່ປຸ່ນ ກ່ຽວກັບໂຄງການຍົກເວັ້ນການເສຍຄ່າສຳລັບໂຄງການບໍ່ສະແຫວງຫາຜົນກຳໄລຕໍ່ຊາວໜຸ່ມບັນດາເຜົ່າສ່ວນໜ້ອຍ.

ຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລິວກວາງ, ທ່ານ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຮີ່ງແທ່ງດາດ... ກໍ່ໄດ້ຕອບຄຳຊັກຖາມ ແລະ ອະພິປາຍບັນດາບັນຫາທີ່ບັນດາ ສ.ສ. ຊ ຍົກອອກມາ. 

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top