• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດການນຳໃຊ້ລະບົບແບ່ງປັນ ແລະ ຕິດຕາມກວດກາຂໍ້ມູນຂ່າວສານຮັບໃຊ້ລັດຖະບານເອເລກໂຕນິກ

      ວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ໃນຂອບເຂດວັນຄວາມປອດໄພຖະແຫຼງຂ່າວຫວຽດນາມ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດພິທີ ເປີດສະຫຼອງລະບົບແບງປັນ ແລະ ຕິດຕາມກວດກາຂໍ້ມູນຂ່າວສານຮັບໃຊ້ລັດຖະບານເອເລກໂຕນິກ.

(ພາບ: https://vietnamnet.vn/)
      ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແມັ້ງຮຸ່ງ ໄດ້ກົດປຸ່ມເປີດການນຳໃຊ້ລະບົບ.
  ລະບົບດັ່ງກ່າວໂດຍກຸມບໍລິສັດໂທລະຄົມມະນາຄົມກອງທັບ Vietel, ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມຫວຽດນາມ VNPT, ກຸ່ມບໍລິສັດ FPT…ສົມທົບກັນສ້າງຂຶ້ນ ຈະຊ່ວຍຕິດຕາມກວດກາ, ໄຈ້ແຍກ, ແບ່ງປັນຂໍ້ມູນຂ່າວສານ, ຍົກອອກຄຳກ່າວເຕືອນລ່ວງໜ້າໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງໃນເຄືອຄ່າຍອິນເຕີແນັດ ໃຫ້ແກ່ລັດຖະບານເອເລກໂຕນິກ.
   ໃນໄລຍະທົດລອງໃນເບື້ອງຕົ້ນ, ລະບົບດັ່ງກ່າວໄດ້ຜັນຂະຫຍາຍສະໜອງການເຊື່ອມຕໍ່ແບ່ງປັນຂໍ້ມູນຂ່າວສານ, ຂໍ້ມູນຕົວເລກໃຫ້ແກ່ບັນດາກະຊວງ, ຂະແໜງການ ແລະ ທັງໝົດ 63 ແຂວງ, ນະຄອນຂຶ້ນກັບສູນກາງ.
 (ແຫຼ່ງຄັດຈາກ VOV)

ຍູ້ໄວຄວາມກ້າວໜ້າໃນການຊອກຫາ, ຢັ້ງຢືນຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ

ຍູ້ໄວຄວາມກ້າວໜ້າໃນການຊອກຫາ, ຢັ້ງຢືນຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ

ວັນ​ທີ 26 ຕຸ​ລາ​, ທ່ານ ເລ​ມິງ​ຮືງ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເຊັນ​ຂໍ້​ຕົກ​ລົງ​ອະ​ນະ​ມັດ​ຜ່ານ​ບັນ​ຊີ​ລາຍ​ຊື່​ສະ​ມາ​ຊິກ ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຕົວ​ຕົນ​ອັດ​ຖິ​ຂອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ (ແທນ​ທີ​​ຂໍ້​ຕົກ​ລົງ​ເລກ​ທີ 1054 ລົງ​ວັນ​ທີ 16 ມິ​ຖຸ​ນາ​). ຕາມ​ຂໍ້​ຕົກ​ລົງ​ແລ້ວ​, ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າ​, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​.

Top