• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນ​ຄັ້ງ​ທຳ​ອິດ ບໍ​ລິ​ສັດ ຫວຽດ​ນາມ ຖືກ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່ 100 ບໍ​ລິ​ສັດ​ມີ​ຜົນ​ສະ​ທ້ອນທີ່​ສຸດ ​ໃນ​ທ​ົ່ວ​ໂລກ

ວາລະສານ TIME ຊີ້ໃຫ້ເຫັນບັນດາປັດໄຈເຊິ່ງວາລະສານີ້ ຖືວ່າ VinFast ໄດ້ສ້າງຄວາມປະທັບໃຈຄື ເລື່ອງຫຸ້ນຂອງບໍລິສັດນີ້ ເພີ່ມຂຶ້ນ 700% ພາຍຫຼັງ 2 ອາທິດໄດ້ຕິດປະກາດ ຢູ່ຕະຫຼາດຫຼັກຊັບ ນິວຢອກ.
ພາບປະກອບ: qdnd.vn

ວາລະສານ TIME ທີ່ມີຊື່ສຽງຂອງ ອາເມລິກາ ຫາກໍປະກາດບັນຊີລາຍຊື່ 100 ບໍລິສັດມີອິດທິພົນຊື່ສຽງທີ່ສຸດຂອງໂລກໃນປີ 2024. VinFast ເຊິ່ງແມ່ນບໍລິສັດ ລົດໂອໂຕໄຟຟ້າ ຫວຽດນາມ ເປັນຜູ້ຕາງໜ້າໜຶ່ງດຽວຂອງ ຫວຽດນາມ ມີໜ້າໃນບັນຊີລາຍຊື່ນີ້. ນີ້ແມ່ນຄັ້ງທີ 3 TIME ເລືອກເອົາບັນຊີລາຍຊື່ນີ້ ແລະ ເປັນຄັ້ງທຳອິດໃນປະຫວັດສາດ, ມີບໍລິສັດຫວຽດນາມ ນອນໃນບັນຊີລາຍຊື່ນີ້. ຕາມນັ້ນແລ້ວ, VinFast ຖືກຈັດເຂົ້າໃນບັນຊີລາຍຊື່ ບໍລິສັດ ທີ່ພົ້ນເດັ່ນໃນປີຜ່ານມາ.

ວາລະສານ TIME ຊີ້ໃຫ້ເຫັນບັນດາປັດໄຈເຊິ່ງວາລະສານີ້ ຖືວ່າ VinFast ໄດ້ສ້າງຄວາມປະທັບໃຈຄື ເລື່ອງຫຸ້ນຂອງບໍລິສັດນີ້ ເພີ່ມຂຶ້ນ 700% ພາຍຫຼັງ 2 ອາທິດໄດ້ຕິດປະກາດ ຢູ່ຕະຫຼາດຫຼັກຊັບ ນິວຢອກ, ບໍລິສັດທີ່ມີຮູບແບບດຳເນີນທຸລະກິດທີ່ເປັນເອກະລັກສະເພາະທີ່ສຸດ ແມ່ນຂາຍລົດໄຟຟ້າ ແຕ່ໃຫ້ເຊົ່າບາດເຕີລີ ແລະ ແຜນການກ້າຫານຈະເພີ່ມຂຶ້ນທົບ 3 ເທົ່າຈຳນວນລົດຖືກຂາຍໃນປີ 2024.

(ແຫຼ່ງຄັດຈາກ VOV)

ອິດສະຣາແອັນ ແລະ ຊີຣີ ດຳເນີນການສົນທະນາເຈລະຈາເພື່ອຊອກຫາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງ

ອິດສະຣາແອັນ ແລະ ຊີຣີ ດຳເນີນການສົນທະນາເຈລະຈາເພື່ອຊອກຫາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງ

ບັນດາການປຶກສາຫາລືໄດ້ສຸມໃສ່ການສ້າງກົນໄກຕົວຈິງເພື່ອຢຸດຕິບັນດາການບຸກໂຈມຕີ, ການຈັບຕົວ ແລະ ການເຄື່ອນໄຫວແນໃສ່ບັນດາເປົ້າໝາຍຂອງ ອິດສະຣາແອັນ ແລະ ຊີຣີ

Top