• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນຄັ້ງທຳອິດທີ່ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມປະຈຳປີເວທີປາໄສຫຼັກຊັບ ອາຊີ ຄັ້ງທີ 31

ການມີຫົວເລື່ອງສະເພາະກ່ຽວກັບ ຫວຽດນາມ ກໍ່ແມ່ນໂອກາດເພື່ອແນະນຳບັນດາການປ່ຽນແປງຂອງຕະຫຼາດທຶນພາຍໃນປະເທດໄປເຖິງປະຊາຄົມນັກລົງທຶນສາກົນ.
(ພາບ​ປະ​ກອບ: VNA)

ກອງປະຊຸມປະຈຳປີເວທີປາ​ໄສຫຼັກຊັບ ອາຊີ ຄັ້ງທີ 31 (ASF AGM 31), ຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນ​ທີ 30 ກັນຍາ ຫາວັນທີ 03 ຕຸລາ 2026, ດ້ວຍການເຂົ້າຮ່ວມຂອງຫຼາຍ​ອົງ​ການຈັດຕັ້ງການເງິນ​ຢູ່ພາກພື້ນ. ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ຢູ່ ASF AGM 31 ໄດ້ສຸມໃສ່​ບັນ​ດາບັນຫາທີ່​ພວມສົ່ງຜົນກະທົບຕໍ່ຕະຫຼາດທຶນ ອາຊີ ​ຄື: ​ແງ່​ຫວັງຕະຫຼາດຫຼັກຊັບ, ການ​ຫັນປ່ຽນ​ແຫຼ່ງທຶນ, ການພັດທະນາຕະຫຼາດທຶນ ແບບຍືນຍົງ, ESG, ການເງິນສີຂຽວ, ການຫັນເປັນດີຈີຕອນ ແລະ ປັນຍາປະດິດ (AI).

ເລື່ອງເປັນຄັ້ງທຳອິດທີ່ເປັນເຈົ້າພາບຈັດກອງປະຊຸມ, ພ້ອມ​ກັນ​ນັ້ນ ​ການມີ​ຫົວ​ເລື່ອງສະເພາະກ່ຽວ​ກັບ ຫວຽດນາມ ກໍ່​ແມ່ນໂອກາດ​ເພື່ອ​ແນະ​ນຳ​ບັນ​ດາ​ການ​ປ່ຽນ​ແປງ​ຂອງ​ຕະ​ຫຼາດ​ທຶນພາຍ​ໃນປະເທດໄປເຖິງປະ​ຊາ​ຄົ​ມ​ນັກລົງທຶນສາກົນ. ຜ່ານ ASF AGM 31, ຕະຫຼາດ ຫວຽດນາມ ຈະມີໂອກາດໃນການແລກປ່ຽນບົດ​ຮຽນກັບ​ນັກຊ່ຽວຊານ, ອົງການຈັດຕັ້ງ ແລະ ​ສະ​ຫະ​ສະ​ມາ​ຄົມຢູ່ພາກພື້ນຕື່ມ​ອີກ​.

(ແຫຼ່ງຄັດຈາກ VOV)

ແງ່ຫວັງການຮ່ວມມືໃນຂະແໜງປີໂຕຣເຄມີ ລະຫວ່າງ ຫວຽດນາມ ແລະ ລັດເຊຍ

ແງ່ຫວັງການຮ່ວມມືໃນຂະແໜງປີໂຕຣເຄມີ ລະຫວ່າງ ຫວຽດນາມ ແລະ ລັດເຊຍ

ປະຈຸບັນ, ຫວຽດນາມ ພວມນຳເຂົ້າຜະລິດຕະພັນປີໂຕຣເຄມີຫຼາຍພໍສົມຄວນ. ເລື່ອງຫັນການຜະລິດພາຍໃນປະເທດດ້ວຍເຕັກໂນໂລຢີຂອງ ລັດເຊຍ ຈະຊ່ວຍຫຼຸດຜ່ອນສະພາບຕ້ອງເອື່ອຍອີງໃສ່ການນຳເຂົ້າ

Top