• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນຄັ້ງທຳອິດທີ່ພັກກຳອຳນາດ ຍີ່ປຸ່ນ ມີປະທານຍິງ

ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ ທ່ານນາງ Sanae Takaichi ມີໂຄງການເສດຖະກິດທີ່ເຂັ້ມແຂງທີ່ສຸດ ດ້ວຍຄຳໝັ້ນສັນຍາເພີ່ມຂອບຂະໜາດເສດຖະກິດຂອງ ຍີ່ປຸ່ນ ຂຶ້ນທົບ 2 ເທົ່າໃນໄລຍະ 1 ທົດສະວັດ
ທ່ານນາງ Sanae Takaichi ໄດ້ກາຍເປັນປະທານພັກປະຊາທິປະໄຕເສລີ (LDP) ກຳອຳນາດ (ພາບ: REUTERS/Kim Kyung-Hoon)

ວັນທີ 04 ຕຸລາ, ນັກການເມືອງທີ່ອຸດົມໄປດ້ວຍປະສົບການ ທ່ານນາງ Sanae Takaichi ໄດ້ກາຍເປັນປະທານພັກປະຊາທິປະໄຕເສລີ (LDP) ກຳອຳນາດ ພາຍຫຼັງການປ່ອນບັດ 2 ຄັ້ງຢູ່ສຳນັກງານຂອງພັກ. ດ້ວຍໝາກຜົນດັ່ງກ່າວ, ທ່ານນາງ Sanae Takaichi ໄດ້ກາຍເປັນການນຳຍິງທຳອິດຂອງ LDP.

ທ່ານນາງ Sanae Takaichi, ອະດີດລັດຖະມົນຕີກະຊວງພາຍໃນ, ອາຍຸ 64 ປີ, ເຄີຍໄດ້ຮັບການຕີລາຄາວ່າແມ່ນການຄັດເລືອກແຖວໜ້າຂອງມະຫາຊົນ ດ້ວຍການສະໜັບສະໜູນຢ່າງແຮງຈາກບັນດາພັກຮາກຖານທ້ອງຖິ່ນ ເມື່ອທ່ານນາງຊອກຫາວິທີກາຍເປັນນາຍົກລັດຖະມົນຕີຍິງຄົນທຳອິດຂອງ ຍີ່ປຸ່ນ. ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ ທ່ານນາງ Sanae Takaichi ມີໂຄງການເສດຖະກິດທີ່ເຂັ້ມແຂງທີ່ສຸດ ດ້ວຍຄຳໝັ້ນສັນຍາເພີ່ມຂອບຂະໜາດເສດຖະກິດຂອງ ຍີ່ປຸ່ນ ຂຶ້ນທົບ 2 ເທົ່າໃນໄລຍະ 1 ທົດສະວັດ ດ້ວຍບັນດາບ້ວງເງິນລົງທຶນກ້ອນໃຫຍ່ຈາກລັດເຂົ້າໃນເຕັກໂນໂລຊີໃໝ່, ພື້ນຖານໂຄງລ່າງ, ການຜະລິດທັນຍາຫານ, ຄວາມໝັ້ນຄົງດ້ານເສດຖະກິດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top