• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນຄັ້ງທຳອິດທີ່ຈັດພິທີສະເຫຼີມສະຫຼອງວັນລະຫຼິ້ນສາກົນ 11 ມິຖຸນາ ຢູ່ ຫວຽດນາມ

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ຢືນຢັນບົດບາດສຳຄັນຂອງການລະຫຼິ້ນ, ພິເສດແມ່ນຕໍ່ກັບສຸຂະພາບ, ຄວາມຜາສຸກ ແລະ ການພັດທະນາຂອງເດັກ.
ບັນດາຜູ້ແທນເຂົ້າຮ່ວມພິທີ (ພາບ: TTXVN)

ວັນທີ 30 ພຶດສະພາ, ເປັນຄັ້ງທຳອິດທີ່ບັນດາອົງການສະຫະປະຊາຊາດຈັດພິທີສະເຫຼີມສະຫຼອງວັນລະຫຼິ້ນສາກົນ 11 ມິຖຸນາ, ຢູ່ເຮືອນຂຽວລວມສະຫະປະຊາຊາດ, ທີ່ ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວຜັນຂະຫຍາຍມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ທີ່ຮັບຮອງເອົາວັນທີ 11 ມິຖຸນາ ແມ່ນວັນລະຫຼິ້ນສາກົນ ເຊິ່ງໄດ້ຮັບຮອງເອົາໃນວັນທີ 25 ມີນາ 2024, ຕາມຂໍ້ລິເລີ່ມຂອງ ຫວຽດນາມ ແລະ 138 ປະເທດຮ່ວມອຸປະຖຳ.

        ເຂົ້າຮ່ວມພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ຢືນຢັນບົດບາດສຳຄັນຂອງການລະຫຼິ້ນ, ພິເສດແມ່ນຕໍ່ກັບສຸຂະພາບ, ຄວາມຜາສຸກ ແລະ ການພັດທະນາຂອງເດັກ. ສະນັ້ນ, ຕ້ອງມານະພະຍາຍາມຮັບປະກັນວ່າ ເດັກນ້ອຍຢູ່ເຂດຕົວເມືອງ ຕະຫຼອດຮອດເຂດຊົນນະບົດ, ຫຼື ເຂດຫ່າງໄກສອກຫຼີກ, ລ້ວນແຕ່ໄດ້ສຳຜັດກັບສະໜາມຫຼິ້ນ, ເຄື່ອງລະຫຼິ້ນ, ດົນຕີ, ຮາກຖານກິລາ ແລະ ມີສະພາບແວດລ້ອມແຫ່ງການລະຫຼິ້ນທີ່ປອດໄພ ແລະ ຮອບດ້ານ.

        ສ່ວນທ່ານນາງ Lesley Miller, ຜູ້ຮັກສາການຫົວໜ້າຜູ້ຕາງໜ້າກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ປະຈຳ ຫວຽດນາມ, ໄດ້ຂອບໃຈລັດຖະບານ ຫວຽດນາມ ທີ່ໄດ້ລິເລີ່ມ ແລະ ຊຸກຍູ້ມະຕິກ່ຽວກັບວັນລະຫຼິ້ນສາກົນ 11 ມິຖຸນາ.

        ທີ່ພິທີສະເຫຼີມສະຫຼອງ, ບັນດາເດັກເຍົາວະຊົນໄດ້ແນະນຳພາບແຕ້ມ 31 ແຜ່ນທີ່ໄດ້ຄັດເລືອກຈາກພາບແຕ້ບ 8.000 ແຜ່ນທີ່ໄດ້ສົ່ງເຖິງ UNICEF ກ່ຽວກັບຫົວຂໍ້ສະໜາມຫຼິ້ນແຫ່ງຄວາມໄຝ່ຝັນ.

(ແຫຼ່ງຄັດຈາກ VOV)

ໄຂ​ງານ​ວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ ໂຮ່​ຈີ​ມິ​ນ ໃນ​ສິ​ລະ​ປະປະ​ຕິ​ມາ​ກຳ

ໄຂ​ງານ​ວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ “ໂຮ່​ຈີ​ມິ​ນ ໃນ​ສິ​ລະ​ປະປະ​ຕິ​ມາ​ກຳ”

ຈິດຕະກອນ ເຈິນຢຸຍຈຸກ ຜູ້ມີຜົນງານ “ດ້ຽນບຽນຝູ ໜ້າປະຫວັດສາດຄຳອັນສົດໃສຂອງຊາດ” ໄດ້ວາງສະແດງຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ ຄັ້ງນີ້.

Top