ການປະຊຸມຂ່າວ
(ພາບ: TTXVN)
ດ້ວຍຫົວຂໍ້ວ່າ “ຄວາມມຸ່ງຫວັງ, ວິໄສທັດ ແລະ ກຳນົດທິດພັດທະນາເພື່ອຫວຽດນາມ ເຂັ້ນແຂງແຮງກ້າ”.
ຕອນບ່າຍວັນທີ 06 ພຶດສະພາ, ຢູ່ຮ່າໂນ້ຍ, ເມື່ອແນະນຳກ່ຽວກັບເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ຟານເຕີມ, ໃຫ້ຮູ້ວ່າ, ເວທີປາໄສວິສາຫະກິດເຕັກໂນໂລຊີຫວຽດນາມ ໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດຈະແມ່ນການເປີດສາກສຳຄັນ, ສ້າງກຳລັງໜູນຊຸກຍູ້ການພັດທະນາສະພາບແວດລ້ອມແຫ່ງການເຄື່ອນໄຫວຂອງບັນດາວິສາຫະກິດເຕັກໂນໂລຊີຫວຽດນາມ.
ເວທີປາໄສນີ້ຄາດວ່າຈະດຶງດູດການເຂົ້າຮ່ວມຜູ້ແທນປະມານ 1.000 ທ່ານ, ເຊິ່ງລວມມີການນຳລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ນັກຊ່ຽວຊານ, ວິສາຫະກິດເຕັກໂນໂລຊີທີ່ມີຊື່ສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ…
(ແຫຼ່ງຄັດຈາກ VOV)