• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ຄົນ​ພິ​ການ​ແມ່ນ​ໄມ້​ວັດ​ແຖກ ຂອງ​ຄວາມ​ສີ​ວິ​ໄລ​ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ເນັ້ນໜັ້ກວ່າ ການເບິ່ງແຍງດູແລໃຫ້ແກ່ຄົນພິການບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບ, ສິນທຳເທົ່ານັ້ນຫາກຍັງແມ່ນໄມ້ວັດແຖກຂອງຄວາມສິວິໄລທັນສະໄໝ, ແມ່ນຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງ ແລະ ການເຊື່ອມໂຍງເຂົ້າກັບສາກົນອີກດ້ວຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ຕອນບ່າຍວັນທີ 3 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນປະທານການເຮັດວຽກ ກັບບັນດາກະຊວງຂະແໜງການທີ່ກ່ຽວຂ້ອງເພື່ອປຶກສາຫາລືບັນດາມາດຕະການແກ້ໄຂໃນການເບິ່ງແຍງດູແລ, ໜູນຊ່ວຍຄົນພິການໃນທົ່ວປະເທດ.

ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ເນັ້ນໜັ້ກວ່າ ການເບິ່ງແຍງດູແລໃຫ້ແກ່ຄົນພິການບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບ, ສິນທຳເທົ່ານັ້ນຫາກຍັງແມ່ນໄມ້ວັດແຖກຂອງຄວາມສິວິໄລທັນສະໄໝ, ແມ່ນຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງ ແລະ ການເຊື່ອມໂຍງເຂົ້າກັບສາກົນອີກດ້ວຍ. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັ້ກເຖິງບັນດາໜ້າທີ່ໃນໄລຍະຈະມາເຖິງ:

ຍົກສູງຄວາມຮັບຮູ້ຂອງວົງຄະນະຍາດ, ລົບລ້າງການຈຳແນກການປະພຶດ, ຊຸກຍູ້ສັງຄົມບໍ່ມີຮົ້ວກີດຂວາງ ແລະ ເຂົ້າເຖິງໃຫ້ແກ່ທຸກຄົນ. ພ້ອມກັນນັ້ນ ຕ້ອງສົ່ງເສີມພາກເອກະຊົນ, ບັນດາອົງການຈັດຕັ້ງສັງຄົມ ແລະ ວົງຄະນະຍາດເຂົ້າຮ່ວມບັນດາການເຄື່ອນໄຫວໜູນຊ່ວຍຄົນພິການຢ່າງເລິກເຊິ່ງກວ້າງຂວາງ ສ້າງວຽກເຮັດງານທຳ, ມີຫົດຄິດປະດິດສ້າງໃນການສ້າງຜະລິດຕະພັນ ແລະ ການບໍລິການທີ່ເປັນມິດ.

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top