• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເບິ່ງແຍງດູແລສະມາຊິກກຳມະບານ ແລະ ຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກໃນຍາມບຸນເຕັດ

ສ່ວນຢູ່ແຂວງ ຕ່ຽນຢາງ, ສະຫະພັນແຮງງານແຂວງ ໄດ້ສົມທົບກັບພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວ, ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ແຂວງ ຕ່ຽນຢາງ ໄດ້ຈັດລາຍການ “ຕ້ອນຮັບບຸນເຕັດພ້ອມກັບກຳມະກອນ - ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ປີມະໂລງ”
ເມືອງ 5, ນະຄອນ ໂຮ່ຈີມິນ ໄດ້ຈັດການມອບຂອງຂວັນໃຫ້ກຳມະກອນປະສົບກັບຄວາມຫຍຸ້ງຍາກ

ວັນທີ 27 ມັງກອນ, ສະຫະພັນແຮງງານນະຄອນ ໂຮ່ຈີມິນ, ກຳມະບານບັນດາເຂດຜະລິດສົ່ງອອກ ແລະ ອຸດສາຫະກຳຂອງນະຄອນ, ກຳມະບານລັດຖະກອນກອນຂອງນະຄອນ ໄດ້ຈັດລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝ່ຕອບບຸນແທນຄຸນ” ປີ 2024, ມອບຂອງຂວັນໃຫ້ສະມາຊິກກຳມະບານເກືອບ 5.000 ຄົນທີ່ມີປະສົບກັບຄວາມຫຍຸ້ງຍາກ, ກຳມະກອນຜູ້ອອກແຮງງານບໍ່ມີເງື່ອນໄຂກັບບ້ານຕ້ອນຮັບບຸນເຕັດ.

ໃນຂອບເຂດບັນດາການເຄື່ອນໄຫວ, ກຳມະບານຢູ່ບັນດາເຂດຜະລິດສົ່ງອອກ ແລະ ອຸດສາຫະກຳ ນະຄອນ ໂຮ່ຈີມິນ ໄດ້ຈັດລາຍການພົບປະສັງສັນ 800 ຄອບຄົວສະມາຊິກກຳມະບານ, ຜູ້ອອກແຮງງານຢູ່ບັນດາເຂດອຸດສາຫະກຳ, ເຂດຜະລິດສົ່ງອອກໃນບໍລິເວນນະຄອນ. ທີ່ລາຍການ, ຄອບຄົວບັນດາສະມາຊິກກຳມະບານ, ກຳມະກອນຜູ້ອອກແຮງງານໄດ້ຮັບຂອງຂວັນບຸນເຕັດ, ເຂົ້າຮ່ວມບັນດາການເຄື່ອນໄຫວພົວພັນແລກປ່ຽນ, ວັນນະຄະດີ...

ກຳມະກອນໄດ້ຊື້ເຄື່ອງຢູ່ຕະຫຼາດ 0 ດົ່ງ (ພາບ:Bảo Hân/ laodong.vn)

ຕອນຄ່ຳວັນທີ 27 ມັງກອນ, ຢູ່ແຂວງ ບັກຢາງ, ສະຫະພັນແຮງງານແຂວງ ໄດ້ໄຂລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝແຫ່ງການແບ່ງປັນ” ຕິດພັນກັບຕະຫຼາດບຸນເຕັດກະມະບານ, ຮ້ານຂາຍເຄື່ອງ 0 ດົ່ງທີ່ສະຫງວນໃຫ້ກຳມະກອນຜູ້ອອກແຮງງານຢູ່ເຂດອຸດສາຫະກຳ ກວາງເຈົາ (ເມືອງ ຫວຽດອຽນ).

ສ່ວນຢູ່ແຂວງ ຕ່ຽນຢາງ, ສະຫະພັນແຮງງານແຂວງ ໄດ້ສົມທົບກັບພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວ, ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ແຂວງ ຕ່ຽນຢາງ ໄດ້ຈັດລາຍການ “ຕ້ອນຮັບບຸນເຕັດພ້ອມກັບກຳມະກອນ - ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ປີມະໂລງ” ໃຫ້ແກ່ກຳມະກອນຜູ້ອອກແຮງງານ ຢູ່ເຂດອຸດສາຫະກຳ ເຕີນເຮືອງ, ເຂດອຸດສາຫະກຳ ໝີທໍ ແລະ ກຸ່ມເຂດອຸດສາຫະກຳ ຈູງອານ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top