• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເບິ່ງແຍງດູແລຊີວິດການເປັນຢູ່ຂອງກຳມະກອນ, ຜູ້ອອກແຮງງານແມ່ນໜ້າທີ່ການເມືອງສຳຄັນ

ພັກ ແລະ ລັດ ຍາມໃດກໍ່ກຳນົດວ່າ ຊົນຊັ້ນກຳມະກອນແມ່ນກຳລັງສຳຄັນທີ່ສຸດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
  (ທີ່​ການ​ພົບ​ປະ)  

ຕອນ​ເຊົ້າ​ວັນ​ທີ 27 ເມ​ສາ, ຢູ່​ນະ​ຄອ​ນ ໂຮ່​ຈີ​ມິນ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 51 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາ​ດ​ເປັນ​ເອ​ກະ​ພາບ (30 ເມ​ສາ 1975 – 30 ເມ​ສາ 2026) ແລະ ມຸ່ງ​ໄປ​ເຖິງວັນ​ກຳ​ມະ​ກອນ​ສາ​ກົນ 01 ພຶດ​ສະ​ພາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ພົບ​ປະ​ກັບ​ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ 200 ຄົນ ເພື່ອ​ຮັບ​ຟັງ​ຄວາມ​ໃນ​ໃຈ​ຂອງ​ບັນ​ດາ​ກຳ​ມະ​ກອນ​ໃນ​ບໍ​ລິ​ເວນ​ນະ​ຄອນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢືນ​ຢັນ​ວ່າ ພັກ ແລະ ລັດ ຍາມ​ໃດ​ກໍ່​ກຳ​ນົດ​ວ່າ ຊົ​ນ​ຊັ້ນ​ກຳ​ມະ​ກອນ​ແມ່ນ​ກຳ​ລັງ​ສຳ​ຄັນ​ທີ່​ສຸດ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຊີ້​ແຈ້ງວ່າ:

"ສືບ​ຕໍ່​ຖື​ການ​ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່​ຂອງກຳ​ມະ​ກອນ, ຜູ້​ອອກ​ແຮງ​ງານ​ແມ່ນ​ໜ້າ​ທີ່​ການ​ເມືອງ​ສຳ​ຄັນ, ເປັນ​ປະ​ຈຳ ແລະ ຍາວ​ນານ. ທາງ​ນະ​ຄອນ​ຕ້ອງກວດ​ກາ​ຄືນ​ຢ່າງ​ລະ​ອຽດ​ກວ່າ​ກ່ຽວ​ກັບ​ຄວາມ​ຕ້​ອງ​ການ​ດ້ານ​ເຮືອນຢ​ູ່​ສັງ​ຄົມ, ເຮືອນ​ພັ​ກ​ເຊົາ​ຂອງ​ກຳ​ມະ​ກອນ, ໂຮງ​ຮຽນ, ເຮືອນ​ລ້ຽງ​ເດັກ​ຢູ່​ບັນ​ດາ​ບໍ​ລິ​ເວນ​ມີ​ກຳ​ມະ​ກອນ​ດຳ​ລົງ​ຊີ​ວິດ​ເປັນ​ຈຳ​ນວນ​ຫຼາຍ... ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ກຳ​ມະ​ກອນບໍ່​ພຽງ​ແຕ​່​ມີ​ວຽກ​ເຮັດ​ງານ​ທຳ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ບ່ອນ​ຢູ່​​ທີ່​ໝັ້ນ​ຄົງ​ອີກ​ດ້ວຍ".

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກັບຄະນະປະຈຳຄະນະພັກ ຄອນ ໂຮ່ຈີມິນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກັບຄະນະປະຈຳຄະນະພັກ ຄອນ ໂຮ່ຈີມິນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ທາງນະຄອນ ຕ້ອງເປັນເຈົ້າການກວ່າ, ມີຄຸນນະທາດ, ມີວິໄສທັດຍາວໄກກວ່າ ໃນການເສີມຂະຫຍາຍກຳລັງແຮງພາຍໃນ

Top