• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເດືອນ​ມັງ​ກອນ ປີ 2023, ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັກ​ສາ​ເປັນ​ປົກ​ກະ​ຕິ

ກອງປະຊຸມໄດ້ຈັດຕັ້ງແບບທາງໄກຢູ່ຮ່າໂນ້ຍ ແລະ ເຊື່ອມຕໍ່ກັບບັນດາທ້ອງຖິ່ນເພື່ອແນໃສ່ຕີລາຄາສະພາບການເສດຖະກິດ - ສັງຄົມເດືອນມັງກອນ ແລະ ໜ້າທີ່ຈຸດສຸມໃນເດືອນກຸມພາ, ສະພາບການຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ສະພາບການຈັດແບ່ງ, ປ່ອຍເງິນລົງທຶນພາກສາທາລະນະ…
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ   

ຕອນເຊົ້າວັນທີ 2 ກຸມພາ, ພາຍໃຕ້ການບໍລິຫານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານໄດ້ຈັດກອງປະຊຸມປະຈຳເດືອນມັງກອນປີ 2023. ໃນເດືອນມັງກອນນີ້, ສະພາບການເສດຖະກິດ - ສັງຄົມບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ ເປັນໜ້າຊື່ນຊົມ. ເສດຖະກິດມະຫາພາກສືບຕໍ່ໄດ້ຮັບການຮັກສາເປັນປົກກະຕິ, ດັດຊະນີຄ່າໃຊ້ສອຍເພີ່ມຂຶ້ນ 0,52%ເມື່ອທຽບໃສ່ກັບເດືອນທັນວາປີ 2022, ເພີ່ມຂຶ້ນ 5% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ, ການຄ້າ, ການບໍລິການເພີ່ມຂຶ້ນ 20%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການສົ່ງອອກເກີນດຸ່ນບັນລຸ 3,6 ຕື້ USD, ແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ 871.000 ເທື່ອຄົນ, ມີວິສາຫະກິດເກືອບ 11.000ແຫ່ງໄດ້ຮັບການສ້າງຕັ້ງໃໝ່, ຊີວິດການເປັນຢູ່ຂອງປະຊາຊົນສືບຕໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ.

ກອງປະຊຸມໄດ້ຈັດຕັ້ງແບບທາງໄກຢູ່ຮ່າໂນ້ຍ ແລະ ເຊື່ອມຕໍ່ກັບບັນດາທ້ອງຖິ່ນເພື່ອແນໃສ່ຕີລາຄາສະພາບການເສດຖະກິດ - ສັງຄົມເດືອນມັງກອນ ແລະ ໜ້າທີ່ຈຸດສຸມໃນເດືອນກຸມພາ, ສະພາບການຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ສະພາບການຈັດແບ່ງ, ປ່ອຍເງິນລົງທຶນພາກສາທາລະນະ…

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ຜູ້ແທນໄຈ້ແຍກ, ຕີລາຄາ, ປະກອບຄຳເຫັນກ່ຽວກັບບັນດາວຽກງານທີ່ປະຕິບັດໄດ້ແລ້ວ, ບັນດາເນື້ອໃນຍັງຄົງຄ້າງ, ຈຳກັດ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຊອກຫາສາຍເຫດ, ວາງອອກບັນດາໜ້າທີ່, ວິທີການແກ້ໄຂພື້ນຖານ, ລະອຽດໃນຊຸມເດືອນຕໍ່ໄປ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top