• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເດືອນ​ມະ​ນຸດ​ສະ​ທຳ 2024: ຂົນ​ຂວາຍ​ແຫຼ່ງ​ກຳ​ລັງ​​ຊ່ວຍ​ບັນ​ດາ​ເປົ້າ​ໝາຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

ເດືອນມະນຸດສະທຳ ປີ 2024 ໄດ້ຈັດຂຶ້ນເພື່ອແນໃສ່ປະກອບສ່ວນເຂົ້າໃນການສ້າງປະຊາຄົມແຫ່ງຄວາມເມດຕາ; ພົບເຫັນ, ເຊີດຊູ ແລະ ທະວີຄູນບັນດາຮູບແບບທີ່ດີ, ວິທີການມີປະສິດທິຜົນ ແລະ ແບບຢ່າງດີເດັ່ນ ໃນບັນດາການເຄື່ອນໄຫວ ເດືອນມະນຸດສະທຳ ແລະ ເດືອນກຳມະກອນໃນວົງກວ້າງ.
ມອບຂອງຂວັນໃຫ້ແກ່ຄອບຄົບປະສົບກັບຄວາມຫຍຸ້ງຍາກ

ຕອນເຊົ້າວັນທີ 4 ພຶດສະພາ, ສະພາກາແດງ ແຂວງ ເຮົ້າຢາງ ໄດ້ສົມທົບກັບສະຫະພັນແຮງງານແຂວງ, ຄະນະກຳມະການປະຊາຊົນ ເມືອງ ຝຸ່ງຮຽບ ຈັດຕັ້ງພິທີປຸກລະດົມເດືອນມະນຸດສະທຳປີ 2024 ດ້ວຍຫົວຂໍ້ “ວິວັດທະນາການມະນຸດສະທຳ - ມອບຮັບຄວາມຮັກແພງ”, ສະເຫຼີມສະຫຼອງ ວັນສະພາກາແດງ ແລະ ຊີກວົງເດືອນແດງ ສາກົນ ຄືວັນທີ 8 ພຶດສະພາ. ເດືອນມະນຸດສະທຳ ປີ 2024 ໄດ້ຈັດຂຶ້ນເພື່ອແນໃສ່ປະກອບສ່ວນເຂົ້າໃນການສ້າງປະຊາຄົມແຫ່ງຄວາມເມດຕາ; ພົບເຫັນ, ເຊີດຊູ ແລະ ທະວີຄູນບັນດາຮູບແບບທີ່ດີ, ວິທີການມີປະສິດທິຜົນ ແລະ ແບບຢ່າງດີເດັ່ນ ໃນບັນດາການເຄື່ອນໄຫວ ເດືອນມະນຸດສະທຳ ແລະ ເດືອນກຳມະກອນໃນວົງກວ້າງ. ເນື່ອງໃນໂອກາດນີ້, ບັນດາອົງການຈັດຕັ້ງ, ວິສາຫະກິດ, ຜູ້ໃຈບຸນໃຈກຸສົນ ໄດ້ອຸປະຖຳເງິນເກືອບ 100.000 USD ໃຫ້ແກ່ ວຽກງານສະຫວັດດີການສັງຄົມ ຂອງແຂວງ. ກ່ອນໜ້ານັ້ນ, ໃນວັນທີ 3 ພຶດສະພາຢູ່ຕາແສງ ໂທງທູ, ເມືອງ ເກຟອງ, ສະພາກາແດງ ແຂວງ ເງະອານ ໄດ້ສົມທົບກັບຄະນະກຳມະການ ປະຊາຊົນເມືອງ ເກຟອງ ຈັດຕັ້ງພິທີປຸກລະດົມ ເດືອນມະນຸດສະທຳ ປີ 2024.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top