• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື້ອໄວຣັດ Corona: WHO ບໍ່ອອກຖະແຫຼງປະກາດສະພາວະສຸກເສີນທາງດ້ານສາທາລະນະສຸກປະຊາຄົມມີຂອບຂະໜາດສາກົນ

      ວັນທີ 23 ມັງກອນ, ຄະນະກຳມະການສຸກເສີນຂອງອົງການອະນາໄມໂລກ (WHO) ຖະແຫຼງວ່າ ຍັງໄວເກີນໄປທີ່ຈະຖືໂລກລະບາດຍ້ອນເຊື້ອໄວຣັດ Corona ກໍ່ຂຶ້ນແມ່ນສະພາວະສຸກເສີນດ້ານສາທາລະນະສຸກປະຊາຄົມຢູ່ໃນລະດັບສາກົນ.

ມີ 830 ກໍລະນີໄດ້ຢັ້ງຢືນວ່າຖືກຕິດໂລກປອດອັກເສບຍ້ອນຕິດເຊື້ອໄວຣັດສາຍພັນໃໝ່ corona ຢູ່ 29 ເຂດຂັ້ນແຂວງຢູ່ຈີນ 
(ພາບປະກອບ: FOREIGN POLICY)
      ພາຍຫຼັງດຳເນີນກອງປະຊຸມເປັນເວລາ 2 ວັນ ຢູ່ນະຄອນເຊີແນວ, ປະເທດສະວິດ, ວັນທີ 23 ມັງກອນ, ຄະນະກຳມະການສຸກເສີນຂອງອົງການອະນາໄມໂລກ (WHO) ຖະແຫຼງວ່າ ຍັງໄວເກີນໄປທີ່ຈະຖືໂລກລະບາດຍ້ອນເຊື້ອໄວຣັດ Corona ກໍ່ຂຶ້ນແມ່ນສະພາວະສຸກເສີນດ້ານສາທາລະນະສຸກປະຊາຄົມຢູ່ໃນລະດັບສາກົນ. ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ເນັ້ນໜັກວ່າ, WHO ບໍ່ອອກຖະແຫຼງປະກາດສະພາວະສຸກເສີນສາກົນດ້ານສາທາລະນະສຸກໃນປະຊາຄົມ. ເຖິງວ່ານີ້ແມ່ນກໍ່ລະນີສຸກເສີນຢູ່ຈີນ ແຕ່ຍັງບໍ່ທັນແມ່ນກໍລະນີສຸກເສີນກ່ຽວກັບສຸກຂະພາບທົ່ວໂລກເທື່ອ. ປະຈຸບັນ, ອົງການ WHO ບໍ່ຍົກອອກບໍ່ວ່າຂໍ້ສະເໜີໃດໆທີ່ກວ້າງໃຫຍ່ກວ່າການຈຳກັດການໄປມາ ຫຼື ດ້ານການຄ້າ.
          ໃນຂະນະນັ້ນ, ວັນທີ 24 ມັງກອນ, ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນ ແຈ້ງໃຫ້ຊາບວ່າ, ໄລ່ຮອດວັນທີ 23 ມັງກອນ, ມີ 830 ກໍລະນີໄດ້ຢັ້ງຢືນວ່າຖືກຕິດໂລກປອດອັກເສບຍ້ອນຕິດເຊື້ອໄວຣັດສາຍພັນໃໝ່ corona ຢູ່ 29 ເຂດຂັ້ນແຂວງຢູ່ຈີນ.
 (ແຫຼ່ງຄັດຈາກ VOV)

ອິດ​ສະ​ຣາ​ແອັນ ແລະ ເຮັກ​ໂບ​ລາ ສືບ​ຕໍ່​ການ​ປະ​ທະ​ກັນ

ອິດ​ສະ​ຣາ​ແອັນ ແລະ ເຮັກ​ໂບ​ລາ ສືບ​ຕໍ່​ການ​ປະ​ທະ​ກັນ

ບັນ​ດາບັ້ນ​ບຸກ​ໂຈມ​ຕີ​ຂອງ ອິດ​ສະ​ຣາ​ແອັນ ໄດ້​ເຮັດ​ໃຫ້ 2600 ຄົນ​ເສຍ​ຊີ​ວິດ, ກ່​ວາ 8000 ຄົ​ນ​ຖືກ​ບາດ​ເຈັບ ແລະ ກ່​ວາ 1.2 ຄົນ​ຕ້ອງ​ຍົກ​ຍ້າຍ​ໃນ​ທົ່ວ​ປະ​ເທດ.

Top