• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື່ອມຕໍ່ວິສາຫະກິດ startup ໃນຍຸກສະໄໝເຕັກໂນໂລຊີດີຈີຕອນ

      ໃນຊຸມວັນທ້າຍເດືອນມີນາຜ່ານມາ, ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ລະດັບພາກພື້ນ, ນັ້ນແມ່ນກອງປະຊຸມສຸດຍອດຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກ້ວາງ ຄັ້ງທີ 6 (GMS 6) ແລະ ກອງປະຊຸມສຸດຍອດການຮ່ວມມືເຂດ 3 ຫຼ່ຽມ ພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10).

ບັນດາຜູ້ແທນເຂົ້າຮ່ວມປຶກສາຫາລື
      ພາຍຫຼັງວາລະໄຂ, ຜູ້ຕາງໜ້າຂອງບັນດາປະເທດ GMS (ລວມມີ: ຈີນ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ) ໄດ້ເຂົ້າຮ່ວມວາລະປຶກສາຫາລືກ່ຽວກັບການເລີ່ມທຸລະກິດ (Startup), ເຊື່ອມຕໍ່ GMS. ໃນວາລະປຶກສາຫາລື, ບັນດາຜູ້ແທນໄດ້ຍົກອອກບັນດາຮູບແບບເຊິ່ງປະເທດຕົນພວມປະຕິບັດຕາມ ແລະ ບັນລຸປະສິດທິຜົນ, ຈາກນັ້ນ, ແບ່ງປັນບົດຮຽນກ່ຽວກັບ Startup, ເຊື່ອມຕໍ່ວິສາຫະກິດ Startup.
        ເພື່ອເປັນການເປີດສາກວາລະປຶກສາຫາລື, ຜູ້ແທນມາຈາກ ຈີນ ເນັ້ນໜັກເຖິງເລື່ອງບັນດາວິສາຫະກິດ ຄວນມີການເຊື່ອມຕໍ່ນຳກັນ, ຍ້ອນວ່າ ຖ້າຫາກວ່າວິສາຫະກິດໄດ້ທຳມາຫາກິນຢ່າງມີປະສິດທິຜົນນັ້ນ, ມີບາງຄົນໄດ້ຮັບຜົນປະໂຫຍດເທົ່ານັ້ນ, ແຕ່ຖ້າຫາກວ່າບັນດາວິສາຫະກິດນ້ອຍໄດ້ເຊື່ອມຕໍ່, ຮ່ວມສຳພັນນຳກັນ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນນັ້ນ ຈະນຳມາເຊິ່ງແຫຼ່ງລາຍຮັບຫຼາຍກ່ວາ. ໂດຍມີຄວາມເຫັນດີເຫັນພ້ອມກັບຄຳເຫັນຂອງຜູ້ແທນມາຈາກ ຈີນ ນັ້ນ, ທ່ານນາງ ສຸພາພອນ ສວນນະວົງ, ສັງກັດບໍລິສັດ ໂຕະລາວ (Toh – Lao), ໄດ້ເນັ້ນໜັກກ່ຽວກັບທິດທາງແຫ່ງການພັດທະນາຮູບແບບດຳເນີນທຸລະກິດໃຫຍ່ ແລະ ເຊື່ອມຕໍ່ບັນດາວິສາຫະກິດເລີ່ມທຸລະກິດເພື່ອສ້າງປະສິດທິຜົນ. ທ່ານນາງໃຫ້ຮູ້ວ່າ, ລາວ ໄດ້ປະຕິບັດຫຼາຍມາດຕະການເພື່ອແນໃສ່ຫັນການເຄື່ອນໄຫວໃຫ້ບັນລຸມາດຖານ, ສ້າງກາລະໂອກາດຮ່ວມມື, ສ້າງແຫຼ່ງບັນດານໃຈໃຫ້ບັນດາວິສາຫະກິດ, ພິເສດແມ່ນວິສາຫະກິດ Startup. ເຖິງວ່າວິສາຫະກິດ Startup ຂອງລາວບໍ່ທັນໄດ້ກາຍເປັນບັນດາຈຸດເດັ່ນໃນພາກພື້ນກໍ່ຕາມ, ແຕ່ດ້ວຍຄວາມມານະພະຍາຍາມເພີ່ມທະວີການຮ່ວມມືສາກົນ ແລະ ປັບປຸງຮູບແບບການດຳເນີນທຸລະກິດ, ບັນດາວິສາຫະກິດ ລາວ ໄດ້ເຄື່ອນໄຫວມີປະສິດທິຜົນ ແລະ ບັນລຸໄດ້ຜົນສຳເລັດພໍສົມຄວນ, ດ້ວຍຄວາມສາມາດບົ່ມຊ້ອນຫຼາຍຢ່າງສືບຕໍ່ໄດ້ຮັບການເປີດກ້ວາງ, ພັດທະນາໃນອະນາຄົດ:
        ໃນຊຸມປີຜ່ານມາ, ພວກຂ້າພະເຈົ້າໄດ້ສ້າງແຫຼ່ງບັນດານໃຈ ແລະ ບຳລຸງສ້າງວິສາຫະກິດ Startup ກ່ວາ 1000 ແຫ່ງ. ມີບາງວິສາຫະກິດ ຢູ່ລາວ ໄດ້ທຳມາຫາກິນມີປະສິດທິຜົນແບບພົ້ນເດັ່ນ, ເຖິງວ່າເມື່ອທຽບໃສ່ບັນດາວິສາຫະກິດຕ່າງປະເທດອື່ນໆ, ບັນດາໝາກຜົນນັ້ນບໍ່ແມ່ນຫຼາຍ ແຕ່ກໍ່ແມ່ນການລະດົມກຳລັງໃຈ, ການສົ່ງເສີມອັນໃຫຍ່ຫຼວງໃຫ້ແກ່ພວກຂ້າພະເຈົ້າໃນໄລຍະນີ້.
        ໂດຍຍົກອອກບັນດາມາດຕະການຊຸກຍູ້ການເຕີບໂຕດ້ານເສດຖະກິດໃນພາກພື້ນ GMS, ຜູ້ແທນມາຈາກ ໄທ ຖືວ່າ: ບັນດາປະເທດໃນພາກພື້ນຄວນປັບປຸງບັນດາລະບົບມູນຄ່າ, ການເຊື່ອມຕໍ່ອຸດສາຫະກຳບົນພື້ນຖານຊຸກຍູ້ບັນດາແລວເສດຖະກິດ, ເຂດຊາຍແດນ, ຫັນລະບຽບການບໍລິຫານຂ້າມຊາດເປັນງ່າຍດາຍ. ບັນດາປະເທດຄວນນຳໃຊ້ສະພາບແວດລ້ອມ ດີຈີຕອນ ຄືດັ່ງພື້ນຖານ, ວັດຖຸອຸປະກອນດຳເນີນທຸລະກິດ. ໄດ້ຮອດເວລາ ທີ່ບັນດາປະເທດຕ້ອງຮ່ວມມືເພື່ອພ້ອມກັນຊຸກຍູ້ມູນຄ່າໃຫຍ່ຫຼວງກ່ວາລະຫວ່າງບັນດາພື້ນຖານເສດຖະກິດ.

ທ່ານນາງ ສຸພາພອນ ສວນນະວົງ, ສັງກັດບໍລິສັດ ໂຕະລາວ (Toh – Lao)
      ສ່ວນຜູ້ແທນມາຈາກ ມຽນມາ ໃຫ້ຮູ້ວ່າ: ສະຫະສະມາຄົມການຄ້າ ມຽນມາ ມີສະມາຊິກ 2.000 ຄົນເຊິ່ງແມ່ນບັນດາວິສາຫະກິດໜຸ່ມ, ອາຍຸຕ່ຳກ່ວາ 45 ປີ, ເຂົາເຈົ້າເກືອບທັງໝົດແມ່ນບັນດາວິສາຫະກິດ Startup, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ບາງບໍລິສັດຂອງລັດໃນພາກພື້ນ. ສະຫະສະມາຄົມການຄ້າ ມຽນມາ ໄດ້ສ້າງລະບົບຊີວະພາບເລີ່ມທຸລະກິດ, ເຄືອຂ່າຍສະໜອງດ້ານການເງິນ ແລະ ບັນດາກອງທຶນເພື່ອສາມາດລົງທຶນເຂົ້າບັນດາວິສາຫະກິດທີ່ເຂົ້າຮ່ວມການເລີ່ມທຸລະກິດ. ທ່ານ Htun Htun Layung, ປະທານບໍລິຫານ Blue Ocean ໃຫ້ຮູ້ວ່າ:
        ມຽນມາ ມີພົນລະເມືອງ 45 ລ້ານຄົນ, ມີຊາຍແດນກັບທຸກໆປະເທດ GMS, ພວກຂ້າພະເຈົ້າພວມຮ່ວມມືກັນຢ່າງແໜ້ນແຟ້ນເພື່ອສາມາດປ່ຽນແປງພື້ນຖານເສດຖະກິດ ມຽນມາ, ເຮັດແນວໃດໃຫ້ບັນດາວິສາຫະກິດໜຸ່ມສາມາດເສີມຂະຫຍາຍຄວາມສາມາດຂອງຕົນໄດ້. ວຽກງານພວກເຮົາຕ້ອງເຮັດ, ນັ້ນແມ່ນພວກເຮົາຕ້ອງຮ່ວມມືນຳກັນ, ພັດທະນານຳກັນ. ຢູ່ ມຽນມາ, ວິສາຫະກິດເກືອບທັງໝົດລ້ວນແຕ່ມີການຮ່ວມມືຂອງປະເທດອື່ນ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຫວັງວ່າ ອາດຈະໄດ້ຮ່ວມມືກັບບັນດາວິສາຫະກິດ ກຳປູເຈຍ, ລາວ ແລະ ຫວຽດນາມ, ບັນດາວິສາຫະກິດດີຈີຕອນ, ບັນດາວິສາຫະກິດກວມລວມ ແລະ ພວກຂ້າພະເຈົ້າຫວັງວ່າ ໃນຊຸມປີຈະມາເຖິງ ພວກເຮົາຈະເຊື່ອມຕໍ່ນຳກັນເພື່ອພ້ອມກັນພັດທະນາ
        ໂດຍມີຄວາມເຫັນດີເຫັນພ້ອມກັບຜູ້ແທນມາຈາກ ມຽນມາ, ທ່ານ Kok Pheng, ຜູ້ກໍ່ຕັ້ງ ແລະ ເປັນປະທານຮ່ວມ Avanee Clorri & Logistic ໄດ້ແບ່ງປັນກ່ຽວກັບເຕັກໂນໂລຊີການຫັນບັນດາເອກະສານດຳເນີນທຸລະກິດເປັນດີຈີຕອນ ແລະ ຫວັງວ່າຈະມີການເຊື່ອມຕໍ່ ກ່ຽວກັບການສຳລະ ເພື່ອປະຕິບັດ Logistic ສະຫຼາດ:
        ເມື່ອເວົ້າເຖິງຜູ້ບໍລິໂພກອຸປະໂພກ ຢູ່ ກຳປູເຈຍ, ພວກຂ້າພະເຈົ້າແມ່ນໜຶ່ງໃນບັນດາປະເທດນຳໃຊ້ການເຊື່ອມຕໍ່ເຄື່ອນທີ່ຫຼາຍ. ປະຈຸບັນ, ຜູ້ໜຶ່ງໃຊ້ຫຼາຍກ່ວາ 1 sim card. ຜູ້ຊົມໃຊ້ຢູ່ ກຳປູເຈຍ, ພິເສດແມ່ນລຸ້ນໜຸ່ມພວມຫັນມາຊົມໃຊ້ດີຈີຕອນສຳຜັດກັບເຕັກໂນໂລຊີຂໍ້ມູນຂ່າວສານເປັນງ່າຍດາຍ ດັ່ງນັ້ນ ພວກຂ້າພະເຈົ້າພວມໄດ້ນຳໃຊ້ການຊຳລະດ້ວຍໂທລະສັບມືຖື ແລະ ກໍ່ນຳໃຊ້ການໂອນເງິນຈາກເຂດຊົນນະບົດ ໄປເຂດຕົວເມືອງ, ນີ້ແມ່ນວິທີເພື່ອໃຫ້ທຸກໆຄົນສາມາດສຳຜັດກັບແຫຼ່ງການເງິນຢ່າງງ່າຍດາຍ. ສິ່ງດັ່ງກ່າວ ມີຄວາມໝາຍວ່າ ຄອບຄົວໜຶ່ງມີຜູ້ເຮັດວຽກຢູ່ນະຄອນ ສາມາດໂອນເງິນໄປເຂດຊົນນະບົດຢ່າງງ່າຍດາຍ ແລະ ກົງກັນຂ້າມ.
        ເມື່ອສິ້ນສຸດການປຶກສາຫາລື, ບັນດາຜູ້ແທນໄດ້ຍົກອອກຂໍ້ສະຫລຸບວ່າ ຄວນຈັດເວທີປາໄສຄ້າຍຄືກັນກັບເວທີປາໄສຄັ້ງນີ້ໃຫ້ຫຼາຍກ່ວາອີກ, ເພື່ອໃຫ້ບັນດາວິສາຫະກິດ, ພິເສດແມ່ນວິສາຫະກິດເລີ່ມທຸລະກິດ ໄດ້ແບ່ງປັນ, ຮ່ຳຮຽນເອົາບົດຮຽນ ແລະ ມີກາລະໂອກາດໄດ້ຊອກຮູ້, ເປີດກ້ວາງຕະຫຼາດເພື່ອໃຫ້ GMS ນັບມື້ນັບໄດ້ຮັບການເສີມຂະຫຍາຍເປັນພາກພື້ນເຊື່ອມຕໍ່ທີ່ມີຄວາມໝັ້ນຄົງ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top