• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດ​ຊູ 64 ວິ​ສາ​ຫະ​ກິດ​ດີ​ເດັ່ນ​ເພື່ອ​ຜູ້​ອອກ​ແຮງ​ງານ

ຕອນຄ່ຳວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດພິທີເຊີດຊູວິສາຫະກິດດີເດັ່ນ ເພື່ອຜູ້ອອກແຮງງານປີ 2023.
ພິທີເຊີດຊູບັນດາວິສາຫະກິດດີເດັ່ນເພື່ອຜູ້ອອກແຮງງານ (ພາບ: qdnd.vn)

ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຂາຍ ພ້ອມດ້ວຍການນຳສະຫະພັນໃຫຍ່ແຮງງານ ຫວຽດນາມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ວິສາຫະກິດດີເດັ່ນ ເພື່ອຜູ້ອອກແຮງງານ ປີ 2023 ຈຳນວນ 64 ແຫ່ງ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລມິງຂາຍ ເນັ້ນໜັກວ່າ:

“ໃນວິວັດການແຫ່ງການເຕີບໃຫຍ່ ແລະ ພັດທະນາຂອງວິສາຫະກິດແຕ່ລະແຫ່ງ, ຊາວຜູ້ອອກແຮງງານແມ່ນກຳລັງຕົ້ນຕໍຂອງການຜະລິດ, ແມ່ນປັດໄຈແກ່ນສານທີ່ສົ່ງຜົນກະທົບຕໍ່ວິສາຫະກິດ. ຜູ້ອອກແຮງງານແມ່ນກຳລັງໂດຍກົງທີ່ສ້າງຄຸນຄ່າເສດຖະກິດ ຫຼໍ່ລ້ຽງວັດທະນະທຳຂອງວິສາຫະກິດ, ປະກອບສ່ວນເຂົ້າໃນການເຕີບໃຫຍ່, ພັດທະນາລວມຂອງວິສາຫະກິດ. ການສ້າງສາຍພົວພັນທີ່ມີສະຖຽນລະພາບ, ຍືນຍົງ, ກ້າວໜ້າ ກໍແມ່ນປັດໄຈຊ່ວຍໃຫ້ວິສາຫະກິດພັດທະນາ. ເພື່ອບັນລຸໄດ້ສາຍພົວພັນທີ່ກົມກຽວນັ້ນ, ວິສາຫະກິດຕ້ອງຖືຜູ້ອອກແຮງງານແຕ່ລະຄົນແມ່ນຊັບສົມບັດອັນລ້ຳຄ່າຂອງຕົນ ແລະ ຜູ້ອອກແຮງງານແຕ່ລະຄົນກໍຕ້ອງມີສະຕິຮັບຮູ້ຢ່າງຄົບຖ້ວນກ່ຽວກັບຄວາມຮັບຜິດຊອບຂອງຕົນທີ່ມີຕໍ່ການພັດທະນາລວມ”.

ປັດຈຸບັນ, ຫວຽດນາມ ມີວິສາຫະກິດເກືອບ 910 ແຫ່ງທີ່ພວມເຄື່ອນໄຫວ, ສະຫະກອນກວ່າ 31.000 ແຫ່ງ ແລະ ຄອບຄົວດຳເນີນທຸລະກິດ 5,5 ລ້ານແຫ່ງ; ປະກອບສ່ວນກວ່າ 60% GDP ໃຫ້ແກ່ປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top