
ບັນດານັກປະພັນ, ກຸ່ມນັກປະພັນໄດ້ຮັບລາງວັນຟານງອກຫ໋ຽນ
ລາງວັນສື່ມວນຊົນ ຟານງອກຫ໋ຽນ ປີນີ້ດ້ວຍຫົວຂໍ້ “ຍູ້ແຮງການປະຕິຮູບການບໍລິຫານ, ສຸມໃສ່ລົງທຶນພັດທະນາ, ຍົກສູງ ຊີວິດການເປັນຢູ່ຂອງປະຊາຊົນ” ຄະນະຈັດຕັ້ງໄດ້ຮັບບົດເຂົ້າແຂ່ງຂັນ 149 ບົດ ຈາກນັກປະພັນ 39 ຄົນ ແລະ ກຸ່ມນັກປະພັນ 53 ກຸ່ມຢູ່ນະຄອນເກິ່ນເທີ ແລະ ເຂດທ່ົງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ກຸ່ມນັກປະພັນ ຂອງອົງການປະຈຳ ເຂດທ່ົງພຽງແມ່ນຳຂອງທາງພາກໃຕ້ໄດ້ຮັບລາງວັນທີ 1 ປະເພດລາຍການກະຈາຍສຽງດ້ວຍຜົນງານທີ່ມີຊື່ວ່າ “ຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແຫຼ່ງນ້ຳຢູ່ເຂດທ່ົງພຽງແມ່ນຳຂອງທາງພາກໃຕ້”.
ແລະກໍ່ໃນວັນທີ 19 ມິຖຸນາ, ແຂວງຊັອກຈັງ ໄດ້ຈັດຕັ້ງການພົບປະກັບບັນດາອົງການສື່ມວນຊົນ ແລະ ຖັນແຖວນັກຂ່າວ, ຜູ້ປະກອບອາຊີບເປັນນັກຂ່າວ. ຢູ່ແຂວງວິງຟຸກ ກໍ່ໄດ້ຈັດຕັ້ງການພົບປະຍ້ອງຍໍຊົມເຊີຍນັກຂ່າວ, ນັກສິລະປະທີ່ມີຜົນງານດີເດັ່ນໃນໄລຍະ 2015 – 2020.
(ແຫຼ່ງຄັດຈາກ VOV)