• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດຊູ 30 ໝູ່ຄະນະ, ສ່ວນບຸກຄົນໃນລາຍການ “ແສນສະຫງ່າຫວຽດນາມ”

`ລາຍການ ແສນສະຫງ່າຫວຽດນາມ ດ້ວຍຫົວຂໍ້ວ່າ ຮ່ອງຮອຍ 30 ປີແຫ່ງການປ່ຽນແປງໃໝ່ໄດ້ຮັບການຈັດຕັ້ງໃນຕອນຄຳ່ວັນທີ 20/5, ຢູ່ຫໍວັດທະນະທຳ ມິດຕະພາບ ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ (ພາບ: ເຍີນເຢີນ)
      30 ໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ຮັບການຍ້ອງຍໍໃນປີນີ້ ລ້ວນແຕ່ມີການປະກອບສ່ວນພິເສດໃນການພັດທະນາເສດຖະກິດ - ສັງຄົມ, ວິທະຍາສາດ, ເຕັກໂນໂລຢີ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ບັນດາແບບຢ່າງທີ່ດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ, ກໍ່ສ້າງ ແລະ ປົກປັກ ຮັກສາປະເທດຊາດຜ່ານ 30 ປີແຫ່ງການປ່ຽນແປງໃໝ່. ກ່າວຄວາມເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານສະພາແຂ່ງຂັນຍ້ອງຍໍສູນກາງຊີ້ແຈ້ງວ່າ, ລັດຖະບານ ຈະສ້າງທຸກເງື່ອນໄຂເພື່ອໃຫ້ວິສາຫະກິດທັງໝົດ, ທຸກອົງການຈັດຕັ້ງສັງຄົມ ແລະ ປະຊາຊົນເສີມຂະຫຍາຍຄວາມສາມາດ, ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ມານະພະຍາຍາມສູ້ຊົນເພື່ອການພັດທະນາ ວັດທະນາຖາວອນ, ເພື່ອການດຳລົງຊີວິດທີ່ດີງາມກວ່າ ແລະ ປະກອບສ່ວນຫຼາຍກວ່າໃຫ້ແກ່ປະເທດຊາດ.
        “ພ້ອມກັບກຳມະບານ, ລັດຖະບານ ຍາມໃດກໍ່ເອົາໃຈໃສ່ເຖິງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ກຳມະກອນຜູ້ອອກແຮງງານໃນທົ່ວປະເທດ. ໃນສະພາບການທີ່ໂລກພວມກ້າວເຂົ້າສູ່ການປະຕິວັດອຸດສາຫະກຳຄັ້ງທີ 4, ແຕ່ລະອົງການກຳມະບານ, ພະນັກງານກຳມະກອນຜູ້ອອກແຮງງານທຸກຄົນ ຈົ່ງເສີມຂະຫຍາຍຈີນຕະນາການປະດິດສ້າງ ມີບັນດາແນວຄວາມຄິດໃໝ່ໃນການຄຸ້ມຄອງການຜະລິດດຳເນີນທຸລະກິດ, ການຄົ້ນຄ້ວາວິທະຍາສາດ, ປະກອບສ່ວນນຳປະເທດພັດທະນາທ່ວງທັນກັບຍຸກປະຈຸບັນ“.
(ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top