• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດຊູ 100 ເຄື່ອງໝາຍການຄ້າດ້ານການທ່ອງທ່ຽວແຖວໜ້ານະຄອນໂຮ່ຈິມິນປີ 2016


ພິ​ທີ​ເຊີດ​ຊູ 100 ເຄື່ອງ​ໝາຍ​ການ​ຄ້າ​ດ້ານ​ການ​ທ່ອງ​ທ່ຽວແຖວ​ໜ້າ​ 2016
(
ພາບ: TTXVN)
      ຕອນ​ຄ່່ຳ​ວັນ​ທີ 24/03, ພະ​ແນກ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ສົມ​ທົບ​ກັບ​ສະ​ຫະ​ພັນ​ທ່ອງ​ທ່ຽວ​ນະ​ຄອນ​ ຈັດ​ຕັ້ງ​ພິ​ທີ​ເຊີດ​ຊູ 100 ເຄື່ອງ​ໝາຍ​ການ​ຄ້າ​ດ້ານ​ການ​ທ່ອງ​ທ່ຽວແຖວ​ໜ້າ​ 2016. ນີ້​ແມ່ນ​ໂອ​ກາດ​ເພື່ອ​ເຊີດ​ຊູ​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ, ໂຮງ​ແຮມ, ​​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ, ຊື້​ຂາຍ, ​ກ​ິນ​ດື່ມ… ທີ່​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຂອງ​ນະ​ຄອນ​ໂຮ່​ຈິ​ມິນ ເວົ້າ​ສະ​ເພາະ ແລະ ​ທ່ອ​ງ​ທ່ຽວ​ຫວຽດ​ນາມ ເວົ້າ​ລວມ ໃນ​ປີ 2016. ປີນີ້, 100 ເຄື່ອງ​ໝາຍ​ການ​ຄ້າ​ທ່ອງ​ທ່ຽວ​ແຖວ​ໜ້າ​ຢູ່​ນະ​ຄອ​ນ​ໂຮ່​ຈິ​ມິນ ໄດ້​ຮັບ​ການ​ເຊີດ​ຊູຄື: ບໍ​ລິ​ສັດ​ທ່ອ​ງ​ທ່ຽວ inbound (ຕ້ອນ​ຮັບ​ນັກ​ທ່​ອງ​ທ່ຽວ​ຕ່າງ​ປະ​ເທດ​ມາ​ຫວຽດ​ນາມ), ວິ​ສາ​ຫະ​ກິດ outbound (ນຳ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ ໄປ​ຕ່າງ​ປະ​ເທດ), ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ… ພິ​ເສດ, ໃນ​ປ​ີນີ້, ຄະ​ນະ​ຈັດ​ຕັ້ງ​ຍັງ​ຄັດ​ເລືອກ ແລະ ມອບ​ລາງວັນ​ໃຫ້​ວິ​ສາ​ຫະ​ກິດ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ເລີ່ມ​ທຸ​ລະ​ກິດ​ພົ້ນ​ເດັ່ນ​ໄລ​ຍະ 2014 – 2016 10 ແຫ່ງ ໃຫ້​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ, ​ຂົ​ນ​ສົ່ງນັກ​ທ່​ອງ​ທ່ຽວ ແລະ ຜະ​ລິດ​ຕະ​ພັນ​ການ​ບໍ​ລິ​ການ​ໃໝ່​ຂອງ​ນະ​ຄອນ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top