• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດຊູວິສາຫະກິດ, ສ່ວນບຸກຄົນ Top ອຸດສາຫະກຳ 4.0 ຫວຽດນາມ ປີ 2025

ລາຍການຍ້ອງຍໍ Top ອຸດສາຫະກຳ 4.0 ຫວຽດນາມ ຈັດຂຶ້ນປະຈຳປີເພື່ອເຊີດຊູບັນດາອົງການ, ວິສາຫະກິດ ແລະ ສ່ວນບຸກຄົນທີ່ມີການປະກອບສ່ວນພົ້ນເດັ່ນໃນການນຳໃຊ້ເຕັກໂນໂລຊີ, ນະວັດຕະກຳ .
(ທີ່ລາຍການຍ້ອງຍໍ)

ຕອນຄ່ຳວັນທີ 22 ມິຖຸນາ, ຢູ່ ຮ່າໂນ້ຍ, ສະຫະສະມາຄົມບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ສົມທົບກັບສະມາຄົມເອເລກໂຕນິກ ຫວຽດນາມ, ສະຖາບັນປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ ຈັດພິທີຍ້ອງຍໍ “Top ອຸດສາຫະກຳ 4.0 ຫວຽດນາມ – Industrie 4.0 Awards” ຄັ້ງທີ 4, ປີ 2025. ລາຍການຍ້ອງຍໍ Top ອຸດສາຫະກຳ 4.0 ຫວຽດນາມ ຈັດຂຶ້ນປະຈຳປີເພື່ອເຊີດຊູບັນດາອົງການ, ວິສາຫະກິດ ແລະ ສ່ວນບຸກຄົນທີ່ມີການປະກອບສ່ວນພົ້ນເດັ່ນໃນການນຳໃຊ້ເຕັກໂນໂລຊີ, ນະວັດຕະກຳ ແລະ ສ້າງຮູບແບບຜະລິດອັດສະລິຍະ. ປີນີ້, ລາຍການໄດ້ຮັບກວ່າ 350 ສຳເນົາເອກະສານ ແລະ ໄດ້ຄັດເລືອກ 125 ສຳເນົາເອກະສານດີເດັ່ນເພື່ອເຊີດຊູ.

ບັນດາວິສາຫະກິດໄດ້ຮັບການເຊີດຊູບໍ່ພຽງແຕ່ມີກຳລັງຄວາມສາມາດດ້ານເຕັກໂນໂລຊີດີເດັ່ນເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນວິໄສທັດຍຸດທະສາດ ແລະ ຄວາມສາມາດເຊື່ອມຕໍ່ລະບົບນິເວດນະວັດຕະກຳ, ຊຸກຍູ້ການເຕີບໂຕສີຂຽວ ແລະ ພັດທະນາແບບຍືນຍົງອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top