ກ່າວຄຳເຫັນທ່ີພິທີ, ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໃຫ້ຮູ້ວ່າ: ພິທີສະເຫຼີມສະຫຼອງ 81 ປີແຫ່ງວັນສະຖາປະນາປະເທດຊາດແມ່ນຂີດໝາຍປີສຳຄັນສຳລັບ ຫວຽດນາມ ເມື່ອປະເທດຊາດໄດ້ຈັດກອງປະຊຸມໃຫຍ່ຂອງພັກຄັ້ງທີ XIV ຢ່າງສຳເລັດຜົນ, ເລືອກຕັ້ງຄະນະການນຳໃໝ່ ແລະ ວາງອອກບັນດາການກຳນົດທິດໃໝ່ໃຫ້ແກ່ເສັ້ນທາງແຫ່ງການພັດທະນາໃນທົດສະວັດທີ່ຈະມາເຖິງ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: 50 ປີຜ່ານມາ ໄດ້ເຫັນປະຈັກຕາການພັດທະນາຢ່າງຂະຫຍັນຂັນເຄື່ອນທີ່ສຸດໃນການພົວພັນລະຫວ່າງ ຫວຽດນາມ ແລະ ໄທ, ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່ ແລະ ມີຄວາມວັດທະນາຖາວອນທີ່ສຸດໃນປະຫວັດສາດ. ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ເຊື່ອໝັ້ນວ່າ ສອງປະເທດແມ່ນເພື່ອນມິດທີ່ໜ້າໄວ້ເນື້ອເຊື່ອໃຈ, ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ແມ່ນຄູ່ຮ່ວມມືໜ້າໄວ້ເນື້ອເຊື່ອໃຈຂອງກັນ.
ສ່ວນທ່ານ ວິຊາວັດ ອິດສະຣະພັກດີ, ຮອງລັດຖະມົນຕີການຕ່າງປະເທດ ໄທ, ຢັ້ງຢືນວ່າ ການພົວພັນລະຫວ່າງສອງປະເທດບໍ່ພຽງແຕ່ໄດ້ຕີລາຄາ ໂດຍອີງຕາມເລື່ອງລັດຖະບານສອງປະເທດປະຕິບັດເທົ່ານັ້ນ, ຫາກນັບມື້ນັບໄດ້ສ່ອງແສງຜ່ານຊີວິດການເປັນຢູ່ຂອງປະຊາຊົນອີກດ້ວຍ. ດັ່ງນັ້ນ, ສອງປະເທດຄວນສືບຕໍ່ພາປະຊາຊົນ ແລະ ພື້ນຖານເສດຖະກິດຂອງສອງຝ່າຍໃຫ້ຫຍັບມໍ່ເຂົ້າໃກ້ກັນກວ່າອີກ, ສ້າງໂອກາດໃຫ້ແກ່ບັນດາວິສາຫະກິດ ແລະ ປະຊາຄົມພ້ອມກັນຮ່ວມມືຫຼາຍກວ່າອີີກ.






