• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຈົ້າຊີວິດລາຊະອານາຈັກ ໄທ ຂຶ້ນຄອງລາດຢ່າງເປັນທາງການ

      ສຳລັບປະຊາຊົນ ໄທ ຫລາຍຄົນ, ນີ້ຈະແມ່ນຄັ້ງທຳອິດພາຍຫລັງເກືອບ 70 ປີ ຈຶ່ງໄດ້ເຫັນປະຈັກຕາພິທີຂຶ້ນຄອງລາດຂອງເຈົ້າຊີວິດແຫ່ງລາຊະອານາຈັກ ໄທ.
            ຕອນເຊົ້າວັນທີ 04 ພຶດສະພາ, ພະລາຊະພິທີຂຶ້ນຄອງລາດຂອງເຈົ້າຊີວິດລາຊະອານາຈັກ ໄທ ມະຫາ ວະຈິຣາລົງກອນ - ລາຊະການທີ X ຖືກຈັດຂຶ້ນຢ່າງເປັນທາງການຢູ່ພະລາດຊະວັງ, ສ້າງເປັນຂີດໝາຍເລີ່ມຕົ້ນຂອງເຈົ້າຊີວິດອົງທີ 10 ຂຶ້ນກັບລາດຊະວົງ ຈັກຣີ ເຊິ່ງມີປະຫວັດສາດມາແຕ່ປີ 1782 ຢູ່ປະເທດ ໄທ.

ເຈົ້າຊີວິດລາຊະອານາຈັກ ໄທ ຂຶ້ນຄອງລາດຢ່າງເປັນທາງການ (ພາບ:  Reuters)
      ສຳລັບປະຊາຊົນ ໄທ ຫລາຍຄົນ, ນີ້ຈະແມ່ນຄັ້ງທຳອິດພາຍຫລັງເກືອບ 70 ປີ ຈຶ່ງໄດ້ເຫັນປະຈັກຕາພິທີຂຶ້ນຄອງລາດຂອງເຈົ້າຊີວິດແຫ່ງລາຊະອານາຈັກ ໄທ. ບັນດາພະລາຊະພິທີຂຶ້ນຄອງລາດຂອງເຈົ້າຊີວິດ ມະຫາ ວະຈິຣາລົງກອນ ຈະດຳເນີນໃນເວລາ 3 ວັນ, ເລີ່ມແຕ່ວັນທີ 04 ພຶດສະພາ, ສ່ວນຫລາຍພະລາຊະພິທີໄດ້ດຳເນີນຢູ່ພາຍໃນພະລາດຊະວັງ ແລະ ໄດ້ຖ່າຍທອດສົດເພື່ອໃຫ້ສາມັນຊົນໄດ້ຮ່ວມປິຕິຍິນດີນຳເຫດການນີ້.
        ບັນດາພະລາຊະພິທີຂຶ້ນຄອງລາດຂອງເຈົ້າຊີວິດ ມະຫາ ວະຈິຣາລົງກອນ ຈະດຳເນີນໃນລະຫວ່າງວັນທີ 04 – 06 ພຶດສະພາ. ຕາມການຄາດຄະເນວ່າ ວັນທີ 05 ພຶດສະພາ ຈະມີປະຊາຊົນເຕົ້າໂຮມກັນຢູ່ບັນດາບໍລິເວນອ້ອມຂ້າງພະລາດຊະວັງເຖິງ 700.000 – 800.000 ຄົນ.
        ໃນວັນທີ 06 ພຶດສະພາ, ເຊິ່ງເປັນມື້ສຸດທ້າຍຂອງບັນດາພະລາຊະພິທີຂຶ້ນຄອງລາດ, ເຈົ້າຊີວິດຈະປະກົດຕົວຕໍ່ສາມັນຊົນຢູ່ພະລາດຊະວັງ ເພື່ອໄດ້ຮັບຄຳອວຍພອນຈາກປະຊາຊົນ ແລະ ພົບປະກັບຄະນະທຸຕານຸທູດຢູ່ ບາງກອກ.
 (ແຫຼ່ງຄັດຈາກ VOV)

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານ ເຊິ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.

Top